ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ.ໂອບາມາ ຈະເປີດໂອກາດ ໃຫ້ແກ່ ຊາວອາເມຣິກັນ ຫຼາຍຂຶ້ນ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ມີຊາວ
ອາເມຣິກັນເປັນຈຳນວນຫຼວງຫຼາຍ ພວມເຮັດວຽກເຮັດການຍາກ
ຂຶ້ນ ແບບທີ່ບໍ່ເຄີຍມີມາກ່ອນ ແຕ່ກໍພຽງເພື່ອມີຊີວິດຢູ່ລອດ.

ທ່ານໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາຂອງທ່ານ ໃນ
ວັນເສົາມື້ນີ້ວ່າ ທ່າອ່ຽງທີ່ວ່ານັ້ນຕ້ອງໄດ້ຮັບການຕ່າວປີ້ນເພື່ອພັດ
ທະນາເສດຖະກິດທີ່ໃຫ້ຜົນປະໂຫຍດແກ່ທຸກໆຄົນບໍ່ແມ່ນພຽງແຕ່
ພວກທີ່ໂຊກດີບໍ່ເທົ່າໃດຄົນທໍ່ນັ້ນ.

ຜູ້ນຳຂອງສະຫະລັດເວົ້າວ່າ ທ່ານຕ້ອງການຢາກເຮັດວຽກຮ່ວມ
ກັບລັດຖະສະພາກ່ຽວກັບເລື່ອງນີ້ແຕ່ກໍຈະເອົາບາດກ້າວຕ່າງໆ ໂດຍປາສະຈາກຮ່າງກົດໝາຍເພື່ອຂະຫຍາຍໂອກາດໃຫ້ແກ່ບັນດາຄອບຄົວ ຂອງຊາວອາ ເມຣິກັນ.



ທ່ານກ່າວວ່າ ທ່ານໄດ້ມີຄຳສັ່ງໄປແລ້ວໃຫ້ທຳການປະຕິຮູບໃນທຸກລະດັບກ່ຽວກັບໂຄງການ ຝຶກອົບຮົມ ເພື່ອໃຫ້ການຄໍ້າປະກັນວ່າ ຜູ້ຄົນໄດ້ຮຽນຮູ້ຄວາມສາມາດ ທີ່ພວກນາຍຈ້າງຕ້ອງ ການ ແລະໃຫ້ພວກທີ່ໄດ້ຮັບ ການຝຶກອົບຮົມເຫຼົ່ານີ້ ຖືກຕ້ອງກັບວຽກງານ ທີ່ພວກນາຍຈ້າງ ຕ້ອງການວ່າຈ້າງໃນທັນທີ.

ປະທານາທິບໍດີສະຫະລັດເວົ້າວ່າ ນອກນັ້ນ ທ່ານຍັງໄດ້ສັ່ງໃຫ້ ກະຊວງການເງິນສະຫະລັດ ສ້າງຕັ້ງ “my-RA” ຊຶ່ງເປັນວິທີທາງໃໝ່ ທີ່ພວກຄົນງານອາເມຣິກັນເລີ້ມການຝາກແບບປະ ຢັດເພື່ອນຳໃຊ້ໃນເວລາອອກບຳນານ.

ພັກຣີພັບບລີກັນກ່າວວ່າ ທ່ານໂອບາມາໃຊ້ອຳນາດຝ່າຍບໍລິຫານເກີນຂອບເຂດໂດຍບໍ່ໃຫ້ ລັດຖະສະພາເປັນຜູ້ເອົາບາດກ້າວໃນທຳນອງນີ້.

ໃນຄຳປາໄສ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Richard Burr ແມ່ນໄດ້ເພັ່ງ ເລັງໃສ່ຄຳຮ້ອງຂໍໃຫ້ຈ່າຍເງິນພິການທີ່ຍັງຄ້າງຄາບໍ່ທັນໄດ້ຮັບການແກ້ໄຂຂອງກະຊວງກິດ ຈະການນັກລົບເກົ່າ ໂດຍໃຫ້ຂໍ້ສັງເກດວ່າ ຄຳຮ້ອງ ທີ່ຍັງບໍ່ທັນໄດ້ຮັບຄຳຕອບເທື່ອນັ້ນ ຫຼຸດ ລົງແດ່ແລ້ວ ແຕ່ກໍເວົ້າວ່າ ຄຳຮ້ອງທີ່ຍັງຄ້າງຄາແມ່ນຍັງສູງຢູ່ ແລະພວກນັກລົບເກົ່າຍັງພົບ ເຫັນມີຂໍ້ຜິດພາດຢູ່ ໃນຄຳຮ້ອງຂອງພວກເຂົາເຈົ້າ.

XS
SM
MD
LG