ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ.ໂອບາມາ ວ່າ ສຫລ ພ້ອມທີ່ ຈະເຂົ້າຄວບຄຸມ ພະລັງງານ ຂອງຕົນ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ສະຫະ
ລັດໃນທີ່ສຸດ ກໍພ້ອມແລ້ວ ທີ່ເຂົ້າຈະຄວບຄຸມ ພະລັງງານຂອງຕົນ
ໃນອະນາຄົດ.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ປະທານາ
ທິບໍດີໂອບາມາ ໃຫ້ຂໍ້ສັງເກດວ່າ ການປະກາດກ່ອນໜ້ານີ້ ໃນຕົ້ນ
ອາທິດທີ່ວ່າ ນັບເປັນເທື່ອທຳ ອິດໃນຮອບເກືອບສອງທົດສະວັດ ສະຫະລັດໄດ້ຜະລິດນໍ້າມັນ ຫຼາຍກວ່າທີ່ໄດ້ຊື້ຈາກປະເທດອື່ນໆ.
ທ່ານເອີ້ນວ່າ ມັນເປັນບາດກ້າວທີ່ໃຫຍ່ຫຼວງ ໄປສູ່ການເປັນເອກ
ກະລາດທາງດ້ານພະລັງງານຂອງອາເມຣິກາ.

ປະທານາທິບໍດີໂອບາມາເວົ້າວ່າ ຫລັກໄຊດັ່ງກ່າວບັນລຸໄດ້ ບໍ່ແມ່ນພຽງແຕ່ຍ້ອນມີການຜະ ລິດເພີ້ມຂຶ້ນເທົ່ານັ້ນ ແຕ່ຍັງເປັນຍ້ອນການໃຊ້ພະລັງງານແບບບໍ່ມີປະໂຫຍດ ໜ້ອຍລົງນຳ ດ້ວຍ.

ທ່ານເວົ້າວ່າຊາວອາເມຣິກັນຈະປະຢັດເງິນໄດ້ຫຼາຍຂຶ້ນໃນອະນາຄົດຍ້ອນລົດທີ່ມີມາດຕະ ຖານໃໝ່ ໃນດ້ານເຊື້ອໄຟ ແລະການຍົກລະດັບປັບປຸງ ທາງດ້ານພະລັງງານ ຢູ່ຕາມເຮືອນ ຊານບ້ານຊ່ອງແລະທຸລະກິດຕ່າງໆ.

ໃນຄຳປາໄສ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Ron Johnson ຈາກລັດວິສ ຄັນຊິນໄດ້ຕຳໜິຕິຕຽນປະກັນໄພສຸຂະພາບລາຄາຖືກທີ່ຮູ້ກັນໃນນາມ Obamacare ໂດຍ ເວົ້າວ່າ ປະທານາທິບໍດີ ບໍ່ສົມຄວນທີ່ຈະກ່າວອ້າງວ່າ ຊາວອາເມຣິກັນທັງໝົດສາມາດຮັກ ສາແຜນການປະກັນໄພສຸຂະພາບຂອງພວກເຂົາເຈົ້າໄວ້ໄດ້ ຊຶ່ງເທົ່າໆກັບເປັນການຫລອກ ລວງທາງດ້ານການເມືອງ.
XS
SM
MD
LG