ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາວ່າ ບັນຫາ ຊີເຣຍ ອາດໄດ້ຮັບ ການແກ້ໄຂ ທາງການທູດ (ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວໃນຄຳປາ
ໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ວ່າ ຄວາມເປັນໄປ
ໄດ້ກ່ຽວກັບການແກ້ໄຂ ທາງດ້ານການທູດ ຕໍ່ການທີ່ຊີເຣຍຍອມ ສະລະຫລືມອບອາວຸດເຄມີຂອງຕົນສ່ວນນຶ່ງແລ້ວແມ່ນເນື່ອງມາ ຈາກການຂົ່ມຂູ່ທີ່ໜ້າເຊື່ອຖືຂອງກອງທັບສະຫະລັດ.

ປະທານາທິບໍດີໂອບາມາ ເວົ້າວ່າ ຣັດເຊຍໄດ້ສະແດງໃຫ້ເຫັນ
ເຖິງຄວາມເຕັມໃຈຄັ້ງໃໝ່ ທີ່ຈະເຂົ້າຮ່ວມປະຊາຄົມນາໆຊາດ ໃນການກົດດັນໃຫ້ຊີເຣຍຍອມສະລະອາວຸດເຄມີທີ່ໃຊ້ໃນການ
ໂຈມຕີ ເມື່ອເດືອນແລ້ວ ທີ່ໄດ້ສັງຫານຊາວຊີເຣຍ ຫລາຍກວ່າ
1000 ຄົນນັ້ນ.

ທ່ານໂອບາມາກ່າວເມື່ອນຶ່ງອາທິດຜ່ານມານີ້ວ່າ ອຳນາດການປົກຄອງຊີເຣຍຂອງປະທາ ນາທິບໍດີ Bashar al-Assad ຈະບໍ່ຍອມຮັບຢ່າງເດັດຂາດວ່າ ຕົນມີອາວຸດເຄມີ ແຕ່ໃນ ເວລານີ້ ຊໍ້າພັດຍອມຮັບວ່າ ຕົນມີ.

ປະທານາທິບໍດີເວົ້າວ່າ ກອງທັບສະຫະລັດຈະຮັກສາການມີໜ້າຢູ່ໃນຂົງເຂດຊີເຣຍຈົນ ກວ່າວ່າປະເທດດັ່ງກ່າວ ຍອມສະລະການມີອາວຸດເຄມີຂອງຕົນ.

ປະທານາທິບໍດີໂອບາ ເວົ້າວ່າ ສະຫະລັດແລະປະຊາຄົມນາໆຊາດຕ້ອງໄດ້ກຽມພ້ອມທີ່
ຈະປະຕິບັດງານ ຖ້າການດຳເນີນຄວາມພະຍາຍາມທາງດ້ານການທູດ ຫາກລົ້ມແຫຼວ.

ຜູ້ນຳສະຫະລັດກ່າວວ່າ ພວກເຮົາມີໜ້າທີ່ໆຈະປົກປັກຮັກສາໂລກຂອງເຮົາໃຫ້ປາດສະ ຈາກຄວາມຢ້ານກົວ ຂອງອາວຸດເຄມີ ສຳລັບພວກເດັກນ້ອຍຂອງເຮົາ.

XS
SM
MD
LG