ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ.ໂອບາມາ ສະເໜີ ປະຕິຮູບ ການສຶກສາ ຂັ້ນສູງ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ການ
ສຶກສາຂັ້ນສູງຢູ່ໃນສະຫະລັດອາເມຣິກາແມ່ນບໍ່ເຄີຍມີຄວາມສຳ
ຄັນແບບນີ້ມາກ່ອນ ແຕ່ຄ່າໃຊ້ຈ່າຍກໍບໍ່ເຄີຍສູງແບບນີ້ມາກ່ອນຄື
ກັນ.

ທ່ານໂອບາມາ ກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ວ່າ ການປະຕິຮູບທີ່ສຳຄັນຄັ້ງໃໝ່ ແນໃສ່ເພື່ອເຮັດ
ໃຫ້ມະຫາວິທະຍາໄລສາມາດເຂົ້າຮຽນໄດ້ຫລາຍຂຶ້ນ ແລະເຮັດ
ໃຫ້ເປັນການງ່າຍຂຶ້ນສຳລັບຜູ້ຄົນທີ່ຈະໃຊ້ຈ່າຍໃນດ້ານການສຶກ
ສາຂອງພວກເຂົາເຈົ້າ.



ປະທານາທິບໍດີໂອບາມາເວົ້າວ່າ ການປະຕິຮູບແມ່ນຮວມທັງຂໍ້ສະເໜີ ທີ່ຈະຊ່ອຍຊາວອາ
ເມຣິກັນຄຸ້ມຄອງໜີ້ສິນ ໃນຕອນເປັນນັກສຶກສາບໍ່ໃຫ້ກາຍ 10 ເປີເຊັນ ຂອງລາຍໄດ້ປະຈຳ ເດືອນຂອງພວກເຂົາເຈົ້າ. ທ່ານເວົ້າວ່າພວກນັກສຶກສາໃນທຸກມື້ນີ້ສະເລ່ຍແລ້ວແມ່ນຮຽນ ຈົບພ້ອມກັບເປັນໜີ້ສິນຫຼາຍກວ່າ 26,000 ໂດລາ.

ທ່ານໂອບາມາເວົ້າວ່າ ການປະຕິຮູບອາດຈະບໍ່ເປັນທີ່ໄດ້ຮັບຄວາມນິຍົມຈາກທຸກໆຄົນແຕ່
ເສັ້ນທາງທີ່ພວກເຮົາກຳລັງເດີນໄປ ໃນເວລານີ້ ແມ່ນບໍ່ຍືນຍົງ.

ທ່ານ Mike Pence ຜູ້ປົກຄອງລັດອິນດຽນນາແມ່ນຜູ້ກ່າວຄຳປາໄສປະຈຳສັບປະດາຂອງ ພັກຣີພັບບລີກັນ. ທ່ານໄດ້ຈົ່ມວ່າກ່ຽວກັບການຈັດຕັ້ງປະຕິບັດທີ່ພວມຈະເລີ້ມມີຂຶ້ນຂອງກົດ
ໝາຍຮັກສາສຸຂະພາບທີ່ຮູ້ກັນໃນອີກຊື່ນຶ່ງວ່າ Obamacare ທີ່ແນໃສ່ເພື່ອສະໜອງປະກັນ ໄພສຸຂະພາບລາຄາຖືກ ໃຫ້ແກ່ຊາວອາເມຣິກັນຈຳນວນຫຼາຍລ້ານຄົນ. ທ່ານ Pence ເວົ້າ
ວ່າ ກົດໝາຍຮັກສາສຸຂະພາບໃໝ່ຈະແກ່ດຶງເສດຖະກິດແລະເຮັດໃຫ້ສູນເສຍວຽກເຮັດງານ ທຳ ໂດຍຈະພາໃຫ້ຊາວອາເມຣິກັນຫຼາຍໆຄອບຄົວ ມີອະນາຄົດທີ່ມືດມົວ.

XS
SM
MD
LG