ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ.ໂອບາມາ ວ່າ ປະກັນໄພ ສຸຂະພາບ ແມ່ນສິດ ອັນນຶ່ງ (ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ສະຫະ
ລັດ ພວມກ້າວໄປສູ່ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຮັກສາ
ສຸຂະພາບ ທີ່ທຸກຄົນສາມາດມີໄດ້ ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ Oba-
macare ທີ່ສະໜອງ ປະກັນໄພສຸຂະພາບ ໃນລາຄາຖືກ ໃຫ້ແກ່
ຊາວອາເມຣິກັນ ຫຼາຍໆລ້ານຄົນ.

ປະທານາທິບໍດີໂອບາມາກ່າວວ່າ ປະຊາຊົນອາເມຣິກັນ ທີ່ບໍ່ມີປະ
ກັນໄພສຸຂະພາບຈະສາມາດສົມທຽບ ໃນການເລືອກຊື້ແຜນການ
ປະກັນໄພເລີ້ມແຕ່ວັນທີ 1 ຕຸລາເປັນຕົ້ນໄປ. ທ່ານເວົ້າວ່າ ບັນດາ
ບໍລິສັດປະກັນໄພ ບໍ່ສາມາດທີ່ຈະປະຕິເສດ ໃນການຮັບເອົາຊາວ
ອາເມຣິກັນ ຫຼືຂາຍໃຫ້ພວກເຂົາເຈົ້າໃນລາຄາແພງຂຶ້ນ ຍ້ອນສະພາບທີ່ເປັນຢູ່ກ່ອນແລ້ວ.



ທ່ານໂອບາມາເວົ້າວ່າ ປະກັນໄພສຸຂະພາບ ມີຜົນກະທົບ ຕໍ່ຄວາມໝັ້ນຄົງທາງດ້ານເສດຖະ
ກິດສຳລັບຊາວອາເມຣິກັນຫຼາຍໆລ້ານຄົນ. ຜູ້ນຳສະຫະລັດກ່າວວ່າ ປະກັນໄພສຸຂະພາບບໍ່ ແມ່ນສິດພິເສດ ແຕ່ຫາກເປັນສິດທິອັນນຶ່ງ ແລະທ່ານຕັ້ງໃຈທີ່ຈະຮັກສາໃຫ້ເປັນຈັ່ງຊັ້ນຕໍ່ໄປ.

ທ່ານໄດ້ກ່າວຫາສະມາຊິກລັດຖະສະພາ ຂອງພັກຣີພັບບລີກັນກຸ່ມນຶ່ງ ທີ່ພວມດຳເນີນການ
ຢ່າງຂຸ້ນຂ້ຽວ ເພື່ອສ້າງຄວາມສັບສົນໃຫ້ແກ່ປະຊາຊົນແລະຂົ່ມຂູ່ວ່າຈະອັດລັດຖະບານ ຖ້າ ພວກເຂົາເຈົ້າຫາກບໍ່ໄດ້ຮັບ ໃນສິ່ງທີ່ພວກເຂົາເຈົ້າຕ້ອງການ ກ່ຽວກັບບັນຫາດັ່ງກ່າວນີ້.

ໃນຄຳປາໄສ ຂອງພັກຣີພັບບລີກັນ ໃນວັນເສົາມື້ນີ້ ສະມາຊິກສະພາຕໍ່າ Shelley Moore
Capito ກ່າວວ່າ ກົດໝາຍວ່າດ້ວຍການຮັກສາສຸຂະພາບ ໄດ້ເຮັດໃຫ້ລາຄາແພງຂຶ້ນ ສ້າງ ຄວາມເສຍຫາຍໃຫ້ແກ່ວຽກເຮັດງານທຳ ແລະຫຼຸດໂອກາດ ໃນການເຂົ້າເຖິງ ແຜນການປະ ກັນໄພແລະພວກນາຍໝໍ ທີ່ຊາວອາເມຣິກັນມັກ.

ທ່ານນາງເວົ້າວ່າ ມັນເຖິງເວລາແລ້ວ ທີ່ສະພາສູງສະຫະລັດ ພາຍໃຕ້ການນຳພາຂອງພັກ
ເດໂມແຄຣັດແລະປະທານາທິບໍດີ ທີ່ຈະຕົກລົງກັນ ເພື່ອເລື່ອນເວລາການນຳໃຊ້ກົດໝາຍ ວ່າດ້ວຍການຮັກສາສຸຂະພາບ ດັ່ງທີ່ສະພາຕໍ່າສະຫະລັດ ພາຍໃຕ້ການນຳພາ ຂອງພັກຣີ ພັບບລີກັນ ໄດ້ເລືອກທີ່ຈະດຳເນີນການ ໃນການລົງຄະແນນສຽງຂອງທັງສອງພັກ.

XS
SM
MD
LG