ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ຊົມເຊີຍ ສະພາສູງ ທີ່ອະນຸມັດ ການແຕ່ງຕັ້ງ ທ່ານ Cordray (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ (ຊ້າຍ) ແລະທ່ານ Richard Cordray ທີ່ຖືກແຕ່ງຕັ້ງ ໃຫ້ເປັນຜູ້ອຳນວຍການ ອົງການຄຸ້ມຄອງ ການເງິນຜູ້ບໍລິໂພກ ທີ່ສວນກຸຫຼາບ ຂອງທຳນຽບຂາວ (18 ກໍລະກົດ 2011)
ປະທານາທິບໍດີບາຣັກ ໂອບາມາ (ຊ້າຍ) ແລະທ່ານ Richard Cordray ທີ່ຖືກແຕ່ງຕັ້ງ ໃຫ້ເປັນຜູ້ອຳນວຍການ ອົງການຄຸ້ມຄອງ ການເງິນຜູ້ບໍລິໂພກ ທີ່ສວນກຸຫຼາບ ຂອງທຳນຽບຂາວ (18 ກໍລະກົດ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສັນລະເສີນ
ການຮັບຮອງ ເອົາຂອງສະພາສູງໃນການແຕ່ງຕັ້ງໃຫ້ທ່ານ Rich
Cordray ເປັນຫົວໜ້າອົງການຄຸ້ມຄອງດ້ານການເງິນຜູ້ບໍລິໂພກ ຊຶ່ງເປັນອົງການອິດສະຫຼະທີ່ໃຫ້ການເບິ່ງແຍງດູແລຜູ້ບໍລິໂພກທີ່
ແຕ່ງຕັ້ງຂຶ້ນມາ ເພື່ອຄຸ້ມຄອງຕໍ່ການກະທຳ ທີ່ຂາດຄວາມຮັບຜິດ
ຊອບຂອງອຸດສາຫະກຳການເງິນ.

ໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ທ່ານໂອ
ບາມາໃຫ້ຂໍ້ສັງເກດວ່າ ສະພາສູງໃນທີ່ສຸດ ກໍໄດ້ໃຫ້ການຮັບຮອງ
ເອົາ ການແຕ່ງຕັ້ງທ່ານ Cordray ໃນອາທິດນີ້ ໂດຍການລົງຄະ
ແນນສຽງສະໜັບສະໜຸນຂອງທັງສອງພັກການເມືອງຫຼັງຈາກປະທານາທິບໍດີໄດ້ມອບໝາຍ ໃຫ້ທ່ານ Cordray ເປັນຜູ້ຮັບຜິດຊອບອົງການດັ່ງກ່າວເມື່ອ 2 ປີກ່ອນ. ທ່ານເວົ້າວ່າ ສອງ ປີກ່ອນພຸ້ນສະມາຊິກຂອງພັກຣີພັບຣີພັບບລີກັນຢູ່ໃນສະພາສູງໄດ້ປະຕິເສດບໍ່ຍອມລົງຄະ ແນນສຽງໃດໆເພື່ອຮັບຮອງເອົາທ່ານ Cordray ຍ້ອນພວກເຂົາເຈົ້າ ບໍ່ມັກກົດໝາຍ ທີ່ຕັ້ງ ອົງການດັ່ງກ່າວນີ້ຂຶ້ນມາຢູ່ແລ້ວ.

ທ່ານໂອບາມາເວົ້າວ່າ ນັບຕັ້ງແຕ່ອົງການນີ້ ເລີ້ມປະຕິບັດໜ້າທີ່ ບໍລິສັດຕ່າງໆທີ່ໃຫ້ເງິນກູ້ ຢືມໃນການຊື້ເຮືອນຊານອະສັງຫາລິມມະຊັບ ໃຫ້ເງິນກູ້ຢືມແກ່ພວກນັກສຶກສາ ໃຫ້ເງິນກູ້ ຢືມໄລຍະສັ້ນ ແລະອົງການລາຍງານ ກ່ຽວກັບປະຫວັດສິນເຊື່ອ ຕະຫຼອດອົງການເກັບໜີ້ ຕ່າງກໍໄດ້ຖືກກວດສອບແບບລະອຽດຫລາຍຂຶ້ນ. ທ່ານເວົ້າວ່າ ຍ້ອນການປະຕິບັດໜ້າທີ່ ຂອງອົງການດັ່ງກ່າວຊາວອາເມຣິກັນ 6 ລ້ານຄົນຈຶ່ງໄດ້ຮັບເງິນຄືນໃນມູນຄ່າ 400 ລ້ານ ໂດລາ ຈາກບັນດາບໍລິສັດ ທີ່ພົວພັນກັບການກະທຳແບບບໍ່ສັດຊື່. ທ່ານກ່າວວ່າ ເວລານີ້ ລັດຖະບານໄດ້ດຳເນີນການ ເພື່ອຄຸ້ມຄອງປ້ອງກັນ ບໍ່ໃຫ້ເກີດວິກິດການ ທາງດ້ານການ ເງິນຄັ້ງໃໝ່ ແລະຍຸຕິການໃຫ້ຄວາມຊ່ອຍເຫຼືອ ເພື່ອກອບກູ້ບໍລິສັດຕ່າງໆ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນນັ້ນ ສະມາຊິກສອງຄົນຂອງສະພາຕໍ່າ ທີ່ຄວບຄຸມໂດຍພັກຣີພັບບລີກັນ ຄືທ່ານ Todd Young ແລະ ທ່ານ Tim Griffin ຕ່າງກໍ ຮຽກຮ້ອງໃຫ້ສະພາສູງສະຫະລັດ ທີ່ຄວບຄຸມໂດຍ ພັກເດໂມແຄຣັດ ລົງຄະແນນສຽງກ່ຽວ ກັບຮ່າງກົດໝາຍຕ່າງໆ ທີ່ໄດ້ຮັບຮອງເອົາໂດຍ ສະພາຕໍ່າທີ່ຈະຂໍໃຫ້ເລື່ອນເວລາກ່ຽວກັບ ການບັງຄັບໃຫ້ມີການຈັດຕັ້ງປະຕິບັດ ການປະຕິຮູບລະບົບຮັກສາສຸຂະພາບ ຂອງປະທາ ນາທິບໍດີໂອບາມາ.

XS
SM
MD
LG