ຊາວອາເມຣິກັນຈົ່ງໃຫ້ການສະໜັບສະໜຸນແຜນປະຕິບັດງານ ແຫ່ງຊາດຂອງທ່ານ ເພື່ອຮັບມື ກັບການປ່ຽນແປງຂອງດິນຟ້າ
ອາກາດຊຶ່ງທ່ານເວົ້າວ່າຈະຫຼຸດສະພາບອາກາດເປື້ອນເປິຈາກ ທາດຄາບອນລົງ ແລະ ປົກປ້ອງສະຫະລັດ ຈາກຜົນກະທົບ ທີ່
ເກີດຈາກການປ່ຽນແປງຂອງດິນຟ້າອາກາດ.
ທ່ານໂອບາມາໄດ້ກ່າວຢໍ້າ ໃນຄໍາປາໄສ ປະຈຳສັບປະດາຂອງ
ທ່ານໃນວັນເສົາມື້ນີ້ວ່າ ປີກາຍນີ້ ເປັນປີທີ່ມີອາກາດ ຮ້ອນເອົ້າ
ທີ່ສຸດ ໃນປະຫວັດສາດ ຂອງອາເມຣິກາ ແລະຄວາມເສຍຫາຍ ທີ່ເກີດຈາກສະພາບອາກາດອົບເອົ້າດັ່ງກ່າວ ແມ່ນໄດ້ຮັບການ ຊັ່ງຊາດ້ວຍການສູນເສຍຊີວິດແລະວິທີການດຳລົງຊີວິດ.
ປະທານາທິບໍດີໂອບາມາ ເວົ້າວ່າ ອົງການປົກປ້ອງສິ່ງແວດລ້ອມຂອງສະຫະລັດ ຈະດຳ
ເນີນງານຮ່ວມກັບລັດຕ່າງໆແລະບັນດາທຸລະກິດເພື່ອກຳນົດມາດຕະຖານໃໝ່ທີ່ຈະຫຼຸດ ສະພາບອາກາດເປື້ອນເປິຈາກທາດຄາບອນລົງ. ທ່ານຊຸກຍູ້ໃຫ້ຊາວອາເມຣິກັນເອົາບົດ ບາດການນຳພາ ເພື່ອຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດໃນສັດຕະວັດທີ 21 ນີ້.
ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນ ສະມາຊິກສະພາສູງ Pat Roberts ຈາກລັດ Kansas ໄດ້ຕັ້ງຄຳຖາມກ່ຽວກັບຮັກສາສຸຂະພາບທີ່ໄດ້ມີການຮັບຮອງເອົາໃນ ປີ 2010 ຊຶ່ງຈະມີຜົນບັງຄັບໃຊ້ໃນໄວໆນີ້ໂດຍເວົ້າວ່າລະບົບຮັກສາສຸຂະພາບດັ່ງທີ່ທ່ານ ຮູ້ມັນຈະມີການປ່ຽນແປງ.
ທ່ານ Roberts ເຕືອນວ່າ ຍັງມີບັນຫາແລະຂໍ້ຂາດຕົກບົກຜ່ອງຢູ່ໃນກົດໝາຍຊຶ່ງຍັງອີກ ບໍ່ຮອດ 100 ວັນກໍຈະມີຜົນບັງຄັບໃຊ້ ໃນກຳນົດເສັ້ນຕາຍວັນທີ 1 ຕຸລາ ສຳລັບຊາວອາ ເມຣິກັນ ທີ່ຕ້ອງໄດ້ຊື້ປະກັນໄພສຸຂະພາບ. ທ່ານເອີ້ນກົດໝາຍ ສະບັບນີ້ວ່າ "ລົດໄຟຕົກ ລາງ" ແລະຮຽກຮ້ອງໃຫ້ລັດຖະບານຍົກຍ້າຍປະຊາຊົນອອກຈາກທາງຂອງມັນ.