ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອບາມາ ຊຸກຍູ້ ໃຫ້ສະພາສູງ ຮັບຜ່ານ ກ.ໝ. ປະຕິຮູບ ຄົນເຂົ້າເມືອງ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາຮຽກຮ້ອງໃຫ້
ສະມາຊິກລັດຖະສະພາ ຈົ່ງໃຫ້ການສະໜັບສະໜຸນ ຕໍ່ຮ່າງກົດ
ໝາຍທີ່ທ່ານເຊື່ອວ່າ ຈະປົວແປງລະບົບຄົນເຂົ້າເມືອງ ທີ່ແຕກ
ຫັກເພພັງ ຂອງສະຫະລັດ.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ປະທາ
ນາທິບໍດີໂອບາມາເວົ້າວ່າ ຮ່າງກົດໝາຍຄົນເຂົ້າເມືອງທີ່ພວມ
ມີການອະພິປາຍກັນ ຢູ່ໃນສະພາສູງ ສະຫະລັດເວລານີ້ ແມ່ນ
ເປັນການປະນີປະນອມ ທີ່ຈະເສີມຄວາມເຂັ້ມແຂງ ແກ່ຄວາມ
ໝັ້ນຄົງຕາມບໍລິເວນຊາຍແດນ ເພີ້ມການລົງໂທດ ຕໍ່ພວກລັກ
ລອບຄ້າມະນຸດ ແລະສ້າງເສັ້ນທາງໄປສູ່ການໄດ້ຮັບສັນຊາດ.

ທ່ານເວົ້າວ່າ ເສັ້ນທາງດັ່ງກ່າວນີ້ ແມ່ນຈະຮວມທັງ ການຜ່ານການກວດປະຫວັດຄວາມ ເປັນມາ ການຮຽນພາສາອັງກິດ ແລະການຈ່າຍພາສີຕະຫຼອດທັງຈ່າຍຄ່າປັບໃໝ ກ່ອນ ທີ່ຈະໄດ້ໄປຕໍ່ແຖວ ຢູ່ທາງຫຼັງຂອງທຸກໆຄົນ ທີ່ພະຍາຍາມ ເຂົ້າມາຢູ່ໃນສະຫະລັດ ຢ່າງ ຖືກຕ້ອງຕາມກົດໝາຍ.

ພວກຄັດຄ້ານຕໍ່ຮ່າງກົດໝາຍທີ່ໄດ້ຮັບການສະໜັບສະໜຸນຈາກທັງສອງພັກການເມືອງ ສະບັບນີ້ເວົ້າວ່າ ມັນຈະທໍ່ກັນກັບ ໃນຄວາມເປັນຈິງແລ້ວ ແມ່ນເປັນການໃຫ້ອະໄພຍະ ໂທດນັ້ນເອງ.

ເຖິງແມ່ນວ່າຮ່າງກົດໝາຍປະຕິຮູບສະບັບນີ້ຫາກຜ່ານສະພາສູງໄດ້ກໍຕາມ ແຕ່ກໍມີທ່າ ທາງວ່າ ຈະປະເຊີນກັບການກວດສອບຢ່າງເຄັ່ງຄັດຢູ່ໃນສະພາຕໍ່າສະຫະລັດ ບ່ອນທີ່ ພວກຜູ້ນຳ ຂອງສະພາດັ່ງກ່າວເວົ້າວ່າ ຈະນຳສະເໜີຮ່າງກົດໝາຍຄົນເຂົ້າເມືອງຂອງ
ຕົນ ເພື່ອໃຫ້ມີການອະພິປາຍກັນນັ້ນ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນໃນວັນເສົາມື້ນີ້ສະມາຊິກສະພາຕໍ່າ John Kline ຈາກລັດ Minnesota ເວົ້າວ່າ ປະທານາທິບໍດີ ຕ້ອງໄດ້ສະແດງໃຫ້ເຫັນ ເຖິງຄວາມເປັນຜູ້ນຳ ເພື່ອຫລີກລ່ຽງບໍ່ໃຫ້ມີການຂຶ້ນອັດຕາດອກເບ້ຍສຳລັບການກູ້ຢືມ ເງິນຂອງພວກນັກສຶກສາ ໃນວັນທີ 1 ກໍລະກົດນີ້. ທ່ານ Kline ໄດ້ຖິ້ມໂທດ ໃສ່ສະມາ
ຊິກສະພາສູງຂອງພັກເດໂມແຄຣັດ ທີ່ຫາທາງຂັດຂວາງຕໍ່ແຜນການທັງຂອງປະທານາ ທິບໍດີໂອບາມາ ແລະສະມາຊິກພັກຣີພັບບລີກັນ ຢູ່ໃນສະພາຕໍ່ສະຫະລັດ.

XS
SM
MD
LG