ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອບາມາ ອວຍພອນ ເນື່ອງໃນໂອກາດ ວັນພໍ່ ໃນ ສຫລ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຈະບໍ່ມີ ຫຍັງສາມາດທົດແທນຄວາມຮັກ ແລະການສະໜັບສະໜຸນຂອງພໍ່
ແມ່ໄດ້ ຢູ່ໃນຊີວິດຂອງພວກລູກໆ.

ໃນຄຳປະໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທານາ
ທິບໍດີໂອບາມາ ໄດ້ສະແດງຄວາມຊື່ນຊົມຍິນດີ ເນື່ອງໃນໂອກາດ ການສະເຫຼີມສະຫຼອງວັນພໍ່ຢູ່ໃນສະຫະລັດ ໂດຍເວົ້າວ່າ ວຽກງານ
ສຳຄັນທີ່ສຸດ ທີ່ພວກຜູ້ຊາຍຊາວອາເມຣິກັນຈຳນວນຫລວງຫລາຍ
ຕ້ອງໄດ້ເຮັດນັ້ນ ກໍຄື ການເປັນພໍ່.

ປະທານາທິບໍດີເວົ້າວ່າ ທ່ານປາດຖະໜາຢາກມີພໍ່ຢູ່ຄຽງຂ້າງເພື່ອ
ຊ່ອຍໃຫ້ການສິດສອນທ່ານ ກ່ຽວກັບຄຸນຄ່າຂອງການເຮັດວຽກໜັກ ກຽດສັກສີ ແລະຄວາມ ຮັບຜິດຊອບ. ທ່ານກ່າວຕື່ມວ່າ ພໍ່ແມ່ທີ່ດີຕ້ອງໄດ້ເສຍສະຫຼະເລື້ອຍໆແລະສະແດງຄວາມຮັກ ແບບບໍ່ມີຂອບເຂດຈຳກັດ ເພື່ອຊ່ອຍລູກເຕົ້າຂອງເຂົາເຈົ້າ ໃຫ້ເຕີບໂຕເປັນຄົນດີ ດັ່ງທີ່ພວກ ເຂົາເຈົ້າຕ້ອງການ.

ຊາວອາເມຣິກັນຈະສະເຫຼີມສະຫຼອງວັນພໍ່ ໃນວັນອາທິດ ມື້ອື່ນນີ້.

ໃນຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Lamar Alexander ຈາກລັດເທນເນັສຊີຮຽກຮ້ອງໃຫ້ສະມາຊິກສະພາສູງຂອງພັກເດໂມແຄຣັດປະ ເລື່ອງການເມືອງໄວ້ທາງນອກ ເພື່ອປ້ອງກັນບໍ່ໃຫ້ມີການຂຶ້ນອັດຕາດອກເບ້ຍ ສຳລັບເງິນກູ້ ຢືມຂອງພວກນັກສຶກສາ.

ທ່ານ Alexander ອະດີດລັດຖະມົນຕີກະຊວງສຶກສາຂອງສະຫະລັດກ່າວວ່າ ການປ່ອຍໃຫ້ ຕະຫຼາດເປັນຜູ້ຕັ້ງອັດຕາດອກເບ້ຍແທນການກຳນົດແບບຊົ່ວຄາວທາງການເມືອງນັ້ນ ແມ່ນ ຍຸດຕິທຳດີຕໍ່ພວກນັກສຶກສາ ແລະຍຸດຕິທຳດີຕໍ່ພວກຈ່າຍພາສີ.

ອັດຕາດອກເບ້ຍສຳລັບເງິນກູ້ຢືມຂອງພວກນັກສຶກສາຈຳນວນນຶ່ງມີກຳນົດທີ່ຈະຂຶ້ນຢ່າງອັດ ຕະໂນມັດ ໃນວັນທີ 1 ກໍລະກົດນີ້.

XS
SM
MD
LG