ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ.ໂອບາມາ ຮຽກຮ້ອງໃຫ້ ສະພາ ເອົາມາດຕະການ ເພີ້ມຕື່ມ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້
ສະມາຊິກລັດຖະສະພາເດີນທາງກັບຄືນມາຍັງກຸງວໍຊິງຕັນໃນ
ອາທິດໜ້າ ເພື່ອເອົາບາດກ້າວຈຳນວນນຶ່ງ ທີ່ທ່ານເວົ້າວ່າ ຈະ ຊ່ອຍເສີມຂະຫຍາຍເສດຖະກິດຂອງປະເທດ ທີ່ພວມເຕີບໂຕ
ຢ່າງຊ້າໆນັ້ນ.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທາ ນາທິບໍດີໂອບາມາໄດ້ກ່າວຢໍ້າເຖິງຄວາມສຳເລັດທາງດ້ານເສດ
ຖະກິດ ທີ່ລັດຖະບານຂອງທ່ານໄດ້ຮັບ ໃນໄລຍະ 4 ປີເຄິ່ງ ທຳ
ອິດນັ້ນວ່າເປັນຫຼັກຖານທີ່ສະແດງໃຫ້ເຫັນວ່າເສດຖະກິດພວມ ມຸ່ງໜ້າໄປໃນທິດທາງທີ່ຖືກຕ້ອງ.

ທ່ານໂອບາມາເວົ້າວ່າ ໃນຮອບ 38 ເດືອນຜ່ານມານີ້ ໄດ້ມີການສ້າງວຽກເຮັດງານທຳໃໝ່ ເກືອບ 7 ລ້ານໜ້າວຽກ. ທ່ານກ່າວວ່າການຂາດດຸນງົບປະມານພວມຫຼຸດຕໍ່າລົງແລະການ ຖີບໂຕຂຶ້ນ ຂອງຄ່າປິ່ນປົວພະຍາບານ ແມ່ນພວມຊ້າລົງ. ນອກນັ້ນ ທ່ານຍັງໄດ້ຊີ້ໃຫ້ເຫັນ ໃນອັນທີ່ທ່ານເອີ້ນວ່າ ສະພາບການທີ່ດີຂຶ້ນ ເມື່ອໄວໆມານີ້ ຢູ່ໃນອຸດສາຫະກຳລົດໂອໂຕ ແລະຕະຫຼາດຊື້ຂາຍເຮືອນ ຂອງສະຫະລັດ.

ໃນດ້ານນະໂຍບາຍພະລັງງານນັ້ນທ່ານໂອບາມາເວົ້າວ່າ ພາຍໃນໄລຍະສອງສາມເດືອນ ຂ້າງໜ້ານີ້ ມີການຄາດຄະເນວ່າ ສະຫະລັດ ຈະເລີ້ມຜະລິດນໍ້າມັນດິບ ຫຼາຍກວ່ານໍາເຂົ້າ ຊຶ່ງນັບເປັນເທື່ອທຳອິດ ໃນຮອບ 16 ປີ ທີ່ໄດ້ມີການຜະລິດນໍ້າມັນ ຫຼາຍກວ່າການນໍາເຂົ້າ.

ແຕ່ທ່ານກໍເວົ້າວ່າ ເພື່ອຈະຮັກສາຄວາມກ້າວໜ້າດັ່ງກ່າວນີ້ໄວ້ ລັດຖະສະພາຄວນຈະຮັບ ຮອງເອົາຮ່າງກົດໝາຍ ອະນຸຍາດໃຫ້ພວກເຈົ້າຂອງເຮືອນ ມີໂອກາດທີ່ຈະກູ້ຢືມເງິນໃໝ່ ສຳລັບຈ່າຍຄ່າເຮືອນຫຼື mortgage ຂອງພວກເຂົາເຈົ້າ. ນອກນັ້ນ ທ່ານຍັງຮຽກຮ້ອງໃຫ້ ເອົາມາດຕະການ ທີ່ອາດຈະຊ່ອຍປັບປຸງໂຄງລ່າງພື້ນຖານ ແລະປະຕິຮູບລະບົບຄົນເຂົ້າ ເມືອງຂອງສະຫະລັດ.

ໃນຄຳປາໄສຕອບປະຈຳສັບປະດາຂອງພັກຣີພັບບລີກັນນັ້ນຜູ້ປົກຄອງລັດ Alaska ທ່ານ Sean Parnell ແມ່ນເພັ່ງເລັງໃສ່ ໃນອັນທີ່ທ່ານເຫັນວ່າ ເປັນຄວາມລົ້ມແຫຼວຂອງລັດຖະ ບານທ່ານໂອບາມາທີ່ຈະໄດ້ຮັບຜົນປະໂຫຍດຈາກ “ຄວາມສາມາດບົ່ມຊ້ອນ ໃນການເປັນ ເອກກະລາດທາງດ້ານພະລັງງານຂອງອາເມຣິກາ."

XS
SM
MD
LG