ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຮຽກຮ້ອງໃຫ້ ລະນຶກເຖິງ ທະຫານ ທີ່ສະຫຼະ ຊີວິດ ເພື່ອຊາດ (ວີດີໂອ)


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ ຊາວອາເມຣິກັນ ລະນຶກເຖິງພວກຜູ້ຊາຍແລະແມ່ຍິງທີ່ໄດ້ສະຫຼະ ຊີວິດຂອງພວກເຂົາເຈົ້າໃນການຮັບໃຊ້ປະເທດຊາດແລະລະນຶກ ເຖິງຄອບຄົວຂອງພວກທະຫານທີ່ໄດ້ພາກັນເສຍສະຫລະ.

ໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ທ່ານໂອ
ບາມາໃຫ້ຂໍ້ສັງເກດວ່າ ສະມາຊິກ ໃນກອງທັບສະຫະລັດ ມັກຈະ ເອົາຊີວິດຂອງພວກເຂົາເຈົ້າໄປສ່ຽງໂດຍປາດສະຈາກການຊອກ ສະແຫວງຫາເພື່ອໃຫ້ໄດ້ມາຊຶ່ງຊື່ສຽງຫລືລາງວັນພິເສດໃດໆ.

ທ່ານເວົ້າວ່າວັນພັກ Memorial Day ຊຶ່ງມີຂຶ້ນຢ່າງເປັນທາງການ
ໃນວັນຈັນນີ້ຄວນເປັນໂອກາດເວລາສຳລັບສະແດງຄວາມຮູ້ບຸນຄຸນຕໍ່ພວກທະຫານໆ. ທ່ານ ເວົ້າວ່າ ສະຫະລັດຕ້ອງໄດ້ເບິ່ງແຍງຄອບຄົວ ທີ່ສູນເສຍສະມາຊິກ ໃນການຮັບໃຊ້ຢູ່ໃນກອງ ທັບ ໃຫ້ເປັນທີ່ແນ່ນອນວ່າ ພວກນັກລົບເກົ່າໄດ້ຮັບການເບິ່ງແຍງ ແລະຜົນປະໂຫຍດຕ່າງໆ ທີ່ພວກເຂົາເຈົ້າໄດ້ມາແລະຄໍ້າປະກັນວ່າສະມາຊິກຂອງກອງທັບໄດ້ຮັບການສະໜັບສະໜຸນ ທີ່ພວກເຂົາເຈົ້າຕ້ອງການໃນການປະຕິບັດໜ້າທີ່ຂອງພວກເຂົາເຈົ້າ. ທ່ານເວົ້າວ່າການເຮັດ ຫຼ້ອນຄວາມຮັບຜິດຊອບເຫຼົ່ານີ້ແມ່ນເປັນທັງພັນທະແລະສິດພິເສດ.

ໃນຄຳປາໄສຕອບ ປະຈຳສັບປະດາຂອງພັກຣີພັບບລີກັນ ສະມາຊິກສະພາສູງ Jim Inholfe ຈາກລັດ Oklahoma ທີ່ປະສົບໄພພິບັດລົມຫົວກຸດທໍເນໂດນັ້ນໄດ້ກ່າວຊົມເຊີຍປະຊາຊົນໃນ ລັດ Oklahoma ທີ່ມີຄວາມປຸ້ມລຸມສາມັກຄີ ເພື່ອຟື້ນໂຕຄືນ ຈາກຄວາມເສຍຫາຍຮ້າຍແຮງ ຂອງລົມພາຍຸດັ່ງກ່າວທີ່ພັດເຂົ້າຖະຫຼົ່ມເມືອງ Moore ໃນວັນຈັນແລ້ວ. ທ່ານເອີ້ນຈິດໃຈຂອງ ປະຊາຄົມ ທີ່ໄດ້ມີຂຶ້ນຫຼັງຈາກລົມຫົວກຸດທໍເນໂດພັດເຂົ້າຖະຫຼົ່ມຫຼາຍໆຄັ້ງໃນຊຸມປີຜ່ານມານີ້ ວ່າ “ເປັນມາດຕະຖານ ຂອງລັດ Oklahoma” ແລະເວົ້າວ່າ ປະຊາຊົນເຫຼົ່ານັ້ນ ແມ່ນເປັນວິ
ລະຊົນທີ່ແທ້ຈິງ ຂອງອາເມຣິກາ.

XS
SM
MD
LG