ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຫາທາງຊ່ອຍ ພວກຊົນຊັ້ນກາງ ໃຫ້ມີວຽກເຮັດ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ພວມຊອກຫາຊ່ອງທາງ ເພື່ອຊ່ອຍ ພວກຊົນຊັ້ນກາງອາເມຣິກັນ ໃຫ້ປະສົບກັບຄວາມກ້າວໜ້າທາງດ້ານເສດຖະກິດເພື່ອໃຫ້ພວກ ເຂົາເຈົ້າໄດ້ຮັບຜົນປະໂຫຍດ ແບບດຽວກັນກັບການຟື້ນໂຕຄືນ
ຂອງທຸລະກິດໃຫຍ່ໆ.

ປະທານາທິບໍດີໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງ ທ່ານໃນວັນເສົາມື້ນີ້ວ່າທ່ານພວມເດີນທາງໄປຢ້ຽມຢາມຫົວເມືອງ
ຕ່າງໆໃນທົ່ວປະເທດ ທີ່ພວມດຳເນີນການທີ່ໜ້າສົນໃຈແລະສ້າງ
ສັນ ເພື່ອຕິດຄືນ ເຄື່ອງຈັກຂັບດັນການເຕີບໂຕຂອງເສດຖະກິດ ສຳລັບພວກຊົນຊັ້ນກາງແລະໃຫ້ເປັນທີ່ແນ່ໃຈວ່າການເຮັດວຽກທີ່ ຍາກລຳບາກຂອງປະຊາຊົນອາເມຣິກັນ ຈະນຳໄປສູ່ການດຳລົງຊີວິດທີ່ເໝາະສົມ.

ໃນຄຳປາໄສຕອບ ປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Andy Harris ຈາກລັດ Maryland ທາງພາກຕາເວັນອອກຂອງສະຫະລັດກ່າວວ່າ ລະບຽບການ ທີ່ຍຸ່ງຍາກແລະເຮັດໃຫ້ຊັກຊ້າ ຢູ່ໃນກົດໝາຍຮັກສາສຸຂະພາບຂອງປະທານາທິບໍດີ ທີ່ໄດ້ມີ ການຮັບຮອງເອົາເມື່ອຫລາຍໆປີກ່ອນນັ້ນ ຈະເຮັດໃຫ້ຄ່າປິ່ນປົວຮັກສາພະຍາບານສຳລັບ ຊາວອາເມຣິກັນສູງຂຶ້ນ.

XS
SM
MD
LG