ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ໂອບາມາ ຮຽກຮ້ອງໃຫ້ ສະໜັບສະໜຸນ ເຈົ້າຂອງເຮືອນ ເພີ້ມຕື່ມ (ວິດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີບາຣັກ ໂອບາມາກ່າວວ່າ ຕະຫຼາດຊື້ຂາຍເຮືອນ
ໃນສະຫະລັດພວມຟື້ນໂຕຄືນ 7 ປີ ຫຼັງຈາກຟອງສະບູອະສັງຫາ
ລິມມະຊັບໄດ້ລະເບີດ ແຕ່ທ່ານກ່າວຕື່ມວ່າ ຍັງມີອີກຫລາຍຢ່າງ ທີ່ຈະຕ້ອງໄດ້ດຳເນີນການເພື່ອຊ່ອຍໃຫ້ພວກເຈົ້າຂອງເຮືອນປະ
ຢັດເງິນ ແລະຢູ່ໃນເຮືອນຂອງພວກເຂົາເຈົ້າຕໍ່ໄປໄດ້.

ທ່ານໂອບາມາ ກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ວ່າ ການຂາຍເຮືອນ ແມ່ນພວມດີຂຶ້ນ ແລະການຢຶດ
ເຮືອນທີ່ຈຳນອງໄວ້ ແມ່ນພວມຫລຸດລົງ ການກໍ່ສ້າງກໍຂະຫຍາຍ
ໂຕ ແລະ 1 ລ້ານ 7 ແສນຄອບຄົວ ບໍ່ໄດ້ຈ່າຍງວດຄ່າເຮືອນ ຫຼື
mortgage ຊ້າອີກຕໍ່ໄປແລ້ວ. ທ່ານເວົ້າວ່າ ແຜນການກ່ຽວກັບ
ເລື່ອງເຮືອນຂອງທ່ານໄດ້ຊ່ອຍຫຼາຍກວ່າ 2 ລ້ານຄົນໃຫ້ສາມາດກູ້ຢືມເງິນສຳລັບຈ່າຍຄ່າ ເຮືອນໃໝ່ແລະປະຢັດເງິນ ໄດ້ສະເລ່ຍແລ້ວ 3,000ໂດລາຕໍ່ປີ.

ແຕ່ໃນຂະນະດຽວກັນ ທ່ານກໍເວົ້າວ່າ ຍັງມີພວກເຈົ້າຂອງເຮືອນອີກຈຳນວນນຶ່ງທີ່ບໍ່ໄດ້ຮັບ ອະນຸຍາດໃຫ້ກູ້ຢືມເງິນສຳລັບຈ່າຍຄ່າເຮືອນໃໝ່ແລະໄດ້ດຳເນີນການທຸກສິ່ງຢ່າງໃນທາງ ທີ່ຖືກຕ້ອງ ແຕ່ກໍຍັງເປັນໜີ້ກ່ຽວກັບເຮືອນຊານຂອງພວກເຂົາເຈົ້າຫລາຍກວ່າລາຄາຂອງ ເຮືອນ. ທ່ານໂອບາມາຮຽກຮ້ອງໃຫ້ລັດຖະສະພາ ໃຫ້ການສະໜັບສະໜຸນຕໍ່ການດຳເນີນ ຄວາມພະຍາຍາມ ເພື່ອອະນຸຍາດໃຫ້ພວກເຈົ້າຂອງເຮືອນທັງໝົດມີໂອກາດໃນການກູ້ຢືມ
ເງິນສຳລັບຈ່າຍຄ່າເຮືອນໃໝ່.

XS
SM
MD
LG