ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Obama ຊຸກຍູ້ໃຫ້​ ເສີມ​ຂະ​ຫຍາ​ຍ ການຄ້າ ກັບຂົງເຂດ ອາເມຣິກາ ກາງ (ວີດິໂອ)


ປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້ຊຸກ
ຍູ້ໃຫ້​ເສີມ​ຂະ​ຫຍາ​ຍການຄ້າກັບຂົງເຂດອາເມຣິກາກາງ ​ເພື່ອ
ເປັນວິທີນຶ່ງໃນການສ້າງວຽກເຮັດງານທໍາຢູ່ໃນສະຫະລັດ.

ທ່ານ Obama ໄດ້ໃຫ້ຄໍາເຫັນດັ່ງກ່າວ ໃນຄໍາປາໄສຕໍ່ຊາວ
ອາເມຣິກາ ປະຈໍາອາທິດຂອງທ່ານ ໃນຂະນະທີ່ມ້ວນທ້າຍ ການຢ້ຽມຢາມຂົງເຂດດັ່ງກ່າວ ທີ່ລວມທັງການຢຸດແວ່ທີ່
ປະເທດ Mexico ແລະເຂົ້າຮ່ວມກອງ​ປະຊຸມເສດຖະກິດ
ສໍາລັບພາກ​ພື້ນ​ອາເມຣິກາກາງຢູ່​ປະ​ເທດ Costa Rica.

ທ່ານໂອບາມາເວົ້າວ່າ ຂົງເຂດອາເມຣິກາລາຕິນແມ່ນຕົວ
ແທນຂອງສິ່ງທີ່ທ່ານ ເອີ້ນວ່າ “ໂອກາດອັນດີຢ່າງໜ້າເຫລືອເຊື່ອ” ໃນການສ້າງວຽກ
ເຮັດງານທໍາ ທີ່ດີໃຫ້ແກ່ຊົນຊັ້ນກາງໃນສະຫະລັດ.

ທ່ານຍັງໄດ້ກ່າວເຖິງບັນຫາຄົນເຂົ້າເມືອງອີກດ້ວຍ ໂດຍເວົ້າວ່າ ຊາຍແດນຕິດ ກັບ Mexico ​ເວລາ​ນີ້​ ​ແມ່ນ​ມີຄວາມປອດໄພຫລາຍຂຶ້ນກວ່າ ໃນຫລາຍໆປີ ຜ່ານມາ. ແຕ່ທ່ານກໍເວົ້າອີກວ່າ “ລະບົບຄົນເຂົ້າເມືອງຂອງສະຫະລັດໃຊ້ການບໍ່ໄດ້ຢ່າງໜັກ.”



ທາງ​ຝ່າຍ​ພັກຣີພັບ​ບລິ​ກັນ​ນັ້ນຜູ້ປົກຄອງລັດ North Carolina ທ່ານ Pat McCrory
ກໍໄດ້ອວດ​ອ້າງ ໃນການກ່າວຄໍາປາໄສປະຈໍາອາທິດຂອງພັກ ​ເຖິງການດໍາເນີນ
ຄວາມພະຍາຍາມຂອງບັນດາຜູ້ປົກຄອງລັດ ສັງກັດພັກ Republican ຊຶ່ງລວມທັງ ແຜນການຂອງທ່ານ ໃນການສ້າງໜ້າວຽກ ຊຶ່ງທ່ານເວົ້າວ່າ ລວມມີການໃຫ້ບູລິມະ
ສິດແກ່ການລົງທຶນເຂົ້າ ໃນການຝຶກອົບ ຮົມ ດ້ານວິສະວະກໍາ ແລະການຝຶກອົບຮົມ
ດ້ານວິຊາຊີບ ​ແລະ​ດ້ານ​ເທັກ​ນິກ.

XS
SM
MD
LG