ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາວ່າ ການປະນີປະນອມ ກັບພັກ ຣີພັບບລີກັນ ຍັງມີທາງຢູ່ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທຸລະ
ກິດຂອງສະຫະລັດໄດ້ສ້າງວຽກເຮັດງານທຳໃນທຸກໆເດືອນ ມາ
ເປັນເວລາ 3 ປີລຽນຕິດເກືອບທັງໝົດ 6 ລ້ານ 4 ແສນໜ້າວຽກ.

ປະທານາທິບໍດີ ກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ວ່າ ອັດຕາຄົນຫວ່າງງານ 7.7 ເປີເຊັນ ແມ່ນຍັງສູງຢູ່ ແຕ່ເວລານີ້ແມ່ນຕໍ່າກວ່າໃນລະຫວ່າງທີ່ທ່ານເຂົ້າຮັບຕຳແໜ່ງອີກ.

ທ່ານໂອບາມາເວົ້າວ່າ ທ່ານໄດ້ຍື່ນມືໄປຫາ ທັງພັກຣີພັບບລີກັນ
ແລະພັກເດໂມແຄຣັທ ເພື່ອຊອກຫາຊ່ອງທາງທີ່ດີຂຶ້ນ ທີ່ຈະເຮັດ
ໃຫ້ເສດຖະກິດເຕີບໂຕ ແລະຫຼຸດຜ່ອນການຂາດດຸນງົບປະມານ ແທນທີ່ຈະມີການຕັດການໃຊ້ຈ່າຍລົງຢ່າງອັດຕະໂນມັດ ຊຶ່ງເລີ້ມ ມີຜົນບັງຄັບໃຊ້ເມື່ອໄວໆມານີ້.

ທ່ານກ່າວວ່າ ໃນໄລຍະສອງສາມເດືອນຂ້າງໜ້ານີ້ຈະມີການອະ
ພິປາຍກັນແບບເປັນການໂຕ້ຖຽງຫຼາຍຂຶ້ນແລະການບໍ່ເຫັນພ້ອມ
ນຳກັນແບບກົງໆ ແຕ່ທ່ານກໍເຊື່ອ ວ່າການປະນີປະນອມກັນຍັງມີ
ທາງເປັນໄປໄດ້ຢູ່.



ສະມາຊິກສະພາສູງ Jeff Sessions ຈາກລັດ Alabama ກ່າວໃນຄຳປາໄສຕອບປະຈຳສັບ ປະດາ ຂອງພັກຣີພັບບລີກັນວ່າ ໜີ້ສິນຈຳນວນມະຫາສານຂອງອາເມຣິກາ ເຮັດໃຫ້ເສດຖະ ກິດເຕີບໂຕຊ້າແລະກົດຄ່າຈ້າງແຮງງານໃຫ້ຕໍ່າລົງ. ທ່ານເວົ້າວ່າ ລັດຖະບານເວລານີ້ແມ່ນມີ ຂະໜາດໃຫຍ່ ແລະຄວບຄຸມບໍ່ໄດ້ ແບບທີ່ບໍ່ເຄີຍມີມາກ່ອນ.

XS
SM
MD
LG