ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ຕັດ ການໃຊ້ຈ່າຍ ແບບກໍ້າເກິ່ງ (ວີດິໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາກ່າວຄໍາປາໄສ ຢູ່ໃນພິທີ ທີ່ຫ້ອງກໍ້າຕາເວັນອອກ ໃນທໍານຽບຂາວ ໃນວັນທີ 1 ກຸມພາ 2013.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາກ່າວຄໍາປາໄສ ຢູ່ໃນພິທີ ທີ່ຫ້ອງກໍ້າຕາເວັນອອກ ໃນທໍານຽບຂາວ ໃນວັນທີ 1 ກຸມພາ 2013.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮຽກ
ຮ້ອງໃຫ້ບັນດາສະມາຊິກສະພາດຳເນີນງານຮ່ວມກັນໃນ
ວິທີທາງທີ່ມີຄວາມກໍ້າເກິ່ງ ເພື່ອຕັດການຂາດດຸນງົບປະມານ ແລະສົ່ງເສີມເສດຖະກິດໃຫ້ຂະຫຍາຍຕົວ.

ທ່ານປະທານາທິບໍດີກ່າວໃນຄໍາປາໄສປະຈໍາສັບປະດາຂອງ
ທ່ານໃນວັນເສົາມື້ນີ້ວ່າ “ການຕັດການໃຊ້ຈ່າຍ” ແມ່ນສໍາຄັນ
ຫລາຍ. ທ່ານກ່າວຕື່ມວ່າ ຢ່າງໃດກໍຕາມ “ພວກເຮົາບໍ່ສາມາດ
ທີ່ຈະຕັດເສັ້ນທາງກ້າວໄປສູ່ຄວາມອຸດົມຮັ່ງມີຂອງພວກເຮົາ.”

ທ່ານໂອບາມາ ຮຽກຮ້ອງໃຫ້ລັດຖະສະພາສະຫະລັດທຳການ
ລົງທຶນເຂົ້າໃສ່ດ້ານການສຶກສາໂຄ່ງລ່າງພື້ນຖານ ຕະຫລອດ ທັງການຄົ້ນຄວ້າ ແລະການພັດທະນາສິ່ງທີ່ທ່ານວ່າ ຈະຊ່ວຍ
ເຮັດໃຫ້ອາເມຣິກາສາມາດ “ແຂ່ງຂັນຍາດເອົາວຽກງານທີ່ດີທີ່ສຸດແລະອຸດສະຫະກໍາໃໝ່ ທັງຫລາຍ” ນັ້ນໄດ້.

ປະທານາທິບໍດີໂອບາມາເວົ້າວ່າ ທຸກຄົນໃນກຸງວໍຊິງຕັນ ຕ້ອງໄດ້ເພັ່ງເລັງໃສ່ບໍ່ແມ່ນໃນ ເລື້ອງການເມືອງ ແຕ່ໃສ່ສິ່ງໃດທີ່ຖືກຕ້ອງເໝາະສົມຕໍ່ປະເທດຊາດ.”

ໃນຄຳປາໄສຕອບຂອງພັກຣີີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Susan Brooks ຈາກ
ລັດ Indiana ກ່າວວ່າ ພັກເດໂມແຄຣັດຕ້ອງໄດ້ຈິງຈັງ ກ່ຽວກັບບັນຫາການໃຊ້ຈ່າຍຂອງ ປະເທດຊາດ. ທ່ານນາງຮຽກຮ້ອງໃຫ້ສະມາຊິກສະພາສູງຂອງພັກເດໂມແຄຣັດ ຮັບຮອງ ເອົາຮ່າງງົບປະມານຂອງປະເທດ.

ເບິ່ງວີດິໂອກ່ຽວຂ້ອງ:


ກ່ຽວຂ້ອງກັນ

XS
SM
MD
LG