ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ໂອບາມາ ວ່າ ທ່ານຮັກສາ ຄຳໝັ້ນສັນຍາ ທີ່ໃຫ້ໄວ້ ກັບ ອາເມຣິກາ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີບາຣັກ ໂອບາມາ ກ່າວວ່າ ທ່ານໄດ້ຮັກສາຄຳໝັ້ນ
ສັນຍາຂອງທ່ານ ຕໍ່ອາເມຣິກາ ໂດຍດຳເນີນງານຮ່ວມກັບລັດຖະ
ສະພາສະຫະລັດ ເພື່ອປ່ຽນລະບຽບການເກັບພາສີ ຊຶ່ງມັກຈະໃຫ້ ຜົນປະໂຫຍດແກ່ພວກຄົນຮັ່ງມີໂດຍສ້າງຄວາມເສຍຫາຍໃຫ້ແກ່
ພວກຄົນຊັ້ນກາງ.

ໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ທ່ານໂອ
ບາມາເວົ້າວ່າ ນັບເປັນເທື່ອທຳອິດໃນຮອບສອງທົດສະວັດທີ່ໄດ້
ມີການຂຶ້ນພາສີ ສຳລັບຊາວອາເມຣິກັນທີ່ຮັ່ງມີທີ່ສຸດສອງເປີເຊັນ
ໃນການຕົກລົງເຫັນພ້ອມຂອງທັງສອງພັກການເມືອງທີ່ລັດຖະສະ ພາໄດ້ບັນລຸກັນໃນສັບປະດານີ້. ທ່ານເວົ້າວ່າ ການເຄື່ອນໄຫວທີ່ ວ່ານີ້ໄດ້ປ້ອງກັນບໍ່ໃຫ້ມີການຂຶ້ນພາສີ ສຳລັບພວກຄົນຊັ້ນກາງທີ່
ອາດແກ່ດຶງເອົາເສດຖະກິດຂອງສະຫະລັດກັບໄປສູ່ສະພາບຖົດ
ຖອຍຄືນອີກນັ້ນ.

ທ່ານໂອບາມາກ່າວວ່າ ແຕ່ແນວໃດກໍຕາມ ຍັງມີີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງໄດ້ກະທຳເພື່ອ ເຮັດໃຫ້ຊາວອາເມຣິກັນມີວຽກເຮັດງານທຳຄືນອີກ ແລະເຮັດໃຫ້ປະເທດຊາດ ກ້າວໄປສູ່ ເສັ້ນທາງຈ່າຍໜີ້ສິນໃຫ້ຫຼຸດລົງ.

ທ່ານໂອບາມາກ່າວວ່າ ທ່ານເຊື່ອວ່າການຕັດການໃຊ້ຈ່າຍສາມາດກະທຳໄດ້ໂດຍບໍ່ຕ້ອງ ແຕະຕ້ອງໂຄງການຕ່າງໆເຊັ່ນ ການສຶກສາ ການຝຶກວຽກ ການຄົ້ນຄວ້າ ແລະເທັກໂນໂລ
ຈີ ທີ່ປະທານາທິບໍດີເວົ້າວ່າມີຄວາມຫຼໍ່ແຫຼມສຳຄັນຕໍ່ຄວາມອຸດົມຮັ່ງມີຂອງເສດຖະກິດອາ ເມຣິກັນໃນສັດຕະວັດທີ 21.

ໃນຄຳປາໄສຕອບຂອງພັກຣີພັບບລີກັນນັ້ນສະມາຊິກສະພາຕໍ່າ David Camp ຈາກລັດ Michigan ຮຽກຮ້ອງໃຫ້ບັນດາເພື່ອນຮ່ວມງານໃນລັດຖະສະພາຂອງທ່ານລະບຸວິທີການ ທີ່ມີຄວາມຮັບຜິດຊອບເພື່ອແກ້ໄຂໃນອັນທີ່ທ່ານເອີ້ນວ່າການໃຊ້ຈ່າຍແບບສິ້ນເປືອງຂອງ ວໍຊິງຕັນ.
XS
SM
MD
LG