ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ພວກຄົນຮັ່ງມີ ຕ້ອງເສຍພາສີ ສູງຂຶ້ນ (ວີດີໂອ)


ປະທານາທິບໍດີໂອບາມາ ຢ້ຽມຢາມສະມາຊິກຄອບຄົວ ພວກຄົນຊັ້ນກາງ ໃນເຂດເມືອງ Fairfax ລັດ Virginia ເພື່ອໂອ້ລົມກ່ຽວກັບການຊຸກຍູ້ຂອງລັດຖະບານທ່ານ ຢາກໃຫ້ຕັດພາສີແກ່ 98% ຂອງຊາວອາເມຣິກັນ (6 ທັນວາ 2012)
ປະທານາທິບໍດີໂອບາມາ ຢ້ຽມຢາມສະມາຊິກຄອບຄົວ ພວກຄົນຊັ້ນກາງ ໃນເຂດເມືອງ Fairfax ລັດ Virginia ເພື່ອໂອ້ລົມກ່ຽວກັບການຊຸກຍູ້ຂອງລັດຖະບານທ່ານ ຢາກໃຫ້ຕັດພາສີແກ່ 98% ຂອງຊາວອາເມຣິກັນ (6 ທັນວາ 2012)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຖ້າປະ ເທດຊາດຫາກມີຄວາມຈິງຈັງ ຢາກຫຼຸດ ການຂາດດຸນງົບປະມານ
ແລ້ວສະຫະລັດຕ້ອງໄດ້ຂໍຮ້ອງໃຫ້ປະຊາຊົນທີ່ຮັ່ງມີທີ່ສຸດນັ້ນຈ່າຍ
ພາສີເພີ້ມຂຶ້ນ.

ໃນຄຳປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທາ
ນາທິບໍດີໂອບາມາ ຊຶ່ງເປັນຜູ້ນຳຂອງພັກເດໂມແຄຣັທນັ້ນ ກ່າວ
ວ່າ ທ່ານຈະບໍ່ປະນີປະນອມ ກ່ຽວກັບ ແຜນການເກັບພາສີຂອງ
ທ່ານຊຶ່ງເປັນຫຼັກການແກນກາງໃນການໂຄສະນາຫາສຽງເລືອກ ຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມອີກສະໄໝນຶ່ງຂອງທ່ານ.



ທ່ານໂອບາມາຮຽກຮ້ອງໃຫ້ພັກຣີພັບບລີກັນຢູ່ໃນສະພາຕໍ່າສະຫະລັດລົງຄະແນນສຽງເຫັນ ພ້ອມກັບແຜນການປົກປ້ອງຄົນຊັ້ນກາງເພື່ອບໍ່ໃຫ້ມີການຂຶ້ນພາສີສຳລັບພວກທີ່ມີລາຍໄດ້ ຕໍ່າກວ່າ 250,000 ໂດລາ. ທາງ ສະພາສູງສະຫະລັດໄດ້ຮັບຮອງເອົາແຜນການດັ່ງກ່າວນີ້ ແລ້ວ.

ປະທານາທິບໍດີສະຫະລັດເວົ້າວ່າ ຖ້າລັດຖະສະພາຫາກບໍ່ໄດ້ດຳເນີນການຫຍັງເລີຍພາສີ ສຳຫຼັບທຸກໆຄອບຄົວຢູ່ໃນສະຫະລັດຈະຂຶ້ນຢ່າງອັດຕະໂນມັດໃນວັນທີ 1 ມັງກອນຈະມາ ນີ້.

ສະມາຊິກສະພາສູງ Marco Rubio ຈາກລັດຟລໍຣິດາ ທາງພາກຕາເວັນອອກສຽງໃຕ້ ຂອງສະຫະລັດ ກ່າວໃນຄຳປາໄສຕອບຂອງພັກຣີພັບບລີກັນ ໃນວັນເສົາມື້ນີ້ວ່າ ການຂຶ້ນ ພາສີຈະບໍ່ຊ່ອຍແກ້ໄຂບັນຫາໜີ້ສິນມູນຄ່າ 16 ພັນຕື້ໂດລາ. ທ່ານເວົ້າວ່າມີແຕ່ການເຕີບ ໂຕຂອງເສດຖະກິດ ແລະການປະຕິຮູບ ການຊ່ອຍເຫຼືອຕ່າງໆຂອງລັດຖະບານທໍ່ນັ້ນ ຈະ
ຊ່ອຍໃຫ້ສາມາດຄວບຄຸມເລື່ອງໜີ້ສິນໄດ້.

ກ່ຽວຂ້ອງກັນ

XS
SM
MD
LG