ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ຕໍ່ອາຍຸ ການຕັດພາສີ ໃຫ້ພວກ ຄົນຊັ້ນກາງ (ວີດີໂອ)


ປະທານາທິບໍດີໂອບາມາ ຮຽກຮ້ອງ ໃຫ້ຕໍ່ອາຍຸ ການຕັດພາສີ ໃຫ້ແກ່ຄົນຊັ້ນກາງ ໃນສະຫະລັດ
ປະທານາທິບໍດີໂອບາມາ ຮຽກຮ້ອງ ໃຫ້ຕໍ່ອາຍຸ ການຕັດພາສີ ໃຫ້ແກ່ຄົນຊັ້ນກາງ ໃນສະຫະລັດ
ປະທານາທິບໍດີບາຣັກ ໂອບາມາ ກ່າວວ່າ ມັນເປັນທີ່ຮັບເອົາບໍ່ໄດ້
ທີ່ສະມາຊິກບາງຄົນ ຂອງພັກຣີພັບບລີກັນ ຢູ່ໃນລັດຖະສະພາສະ
ຫະລັດ ຈະເອົາການຕັດພາສີ ໃຫ້ພວກຄົນຊັ້ນກາງມາເປັນຕົວປະ
ກັນ ຍ້ອນພວກເຂົາເຈົ້າປະຕິເສດ ບໍ່ຍອມປ່ອຍໃຫ້ມີການຂຶ້ນອັດ
ຕາພາສີສຳລັບຊາວອາເມຣິກັນທີ່ຮັ່ງມີທີ່ສຸດນັ້ນ.

ທ່ານໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ວ່າ ພາສີສຳລັບຄອບຄົວຂອງຊາວອາເມຣິກັນ ທີ່ມີ
ສະມາຊິກ 4 ຄົນຈະສູງຂຶ້ນຕື່ມ 2,000 ກວ່າໂດລາ ຖ້າການຂຶ້ນ
ພາສີຫາກມີຜົນບັງຄັບໃຊ້.

ປະທານາທິບໍດີໂອບາມາ ທີ່ກ່າວຄຳປາໄສ ຈາກໂຮງງານເຮັດ
ເຄື່ອງຫຼິ້ນແຫ່ງນຶ່ງໃນລັດເພັນຊີລເວເນຍທາງພາກຕາເວັນອອກ
ສຽງເໜືອຂອງສະຫະລັດຮຽກຮ້ອງໃຫ້ຊາວອາເມຣິກັນ ຕິດຕໍ່ໄປຫາສະມາຊິກສະພາຂອງ ພວກເຂົາເຈົ້າເພື່ອແຈ້ງໃຫ້ສະມາຊິກສະພາເຫຼົ່ານີ້ຮູ້ຈັກກ່ຽວກັບຜົນກະທົບຕໍ່ການສູນເສຍ ເງິນຈຳນວນ 2,000 ໂດລາ.



ທ່ານໂອບາມາຕ້ອງການຢາກຕໍ່ອາຍຸການຕັດພາສີໃຫ້ແກ່ບັນດາຄອບຄົວຂອງຊາວອາເມ ຣິກັນທີ່ມີລາຍໄດ້ຕໍ່າກວ່າ 250000 ໂດລາຕໍ່ປີ. ສ່ວນສະມາຊິກພັກຣີພັບບລີກັນຕ້ອງການ ຢາກໃຫ້ຫຼຸດພາສີສຳຫຼັບແກ່ພວກຄົນຮັ່ງມີນຳດ້ວຍ.

ໃນຄຳປາໄສຕອບ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Orrin Hatch ຈາກລັດ ຢູທາ ໄດ້ຕຳໜິຕິຕຽນແຜນການຕັດພາສີຂອງປະທານາທິບໍດີ ໂດຍເອີ້ນວ່າ ບໍ່ມີຄວາມຮັບ ຜິດຊອບ.

ປະທານາທິບໍດີໂອບາມາກ່າວວ່າ ທ່ານຫວັງວ່າທ່ານເອງແລະສະມາຊິກລັດຖະສະພາຈະ ສາມາດບັນລຸການປະນີປະນອມເພື່ອຫຼີກລ່ຽງບໍ່ໃຫ້ມີການຕັດການໃຊ້ຈ່າຍແບບອັດຕະໂນ ມັດລົງ 600 ພັນລ້ານໂດລາແລະການຂຶ້ນພາສີ ຊຶ່ງຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ ຈະມານີ້.

XS
SM
MD
LG