ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຂອບໃຈ ພວກເຈົ້າໜ້າທີ່ ຮັບມື ກັບລົມພາຍຸ Sandy


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃຊ້ການກ່າວ
ຄຳປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ເພື່ອຂອບ
ອົກຂອບໃຈຕໍ່ພວກເຈົ້າໜ້າທີ່ຮັບມືກັບໄພສຸກເສີນແລະກອງກຳ
ລັງຮັກສາດິນແດນແຫ່ງຊາດໃນການຮັບມືກັບລົມພາຍຸເຮີຣິເຄນ
Sandy ແລະໃຫ້ການຄໍ້າປະກັນ ຕໍ່ພວກເຄາະຮ້າຍຈາກລົມພາ
ຍຸດັ່ງກ່າວນີ້ວ່າ ພວກເຂົາເຈົ້າແມ່ນໄດ້ຮັບ ການສະໜັບສະໜຸນ
ຈາກປະເທດຊາດ ໃນຂະນະທີ່ ພວກເຂົາເຈົ້າ ຟື້ນໂຕຄືນ ຈາກ
ການທຳລາຍຂອງລົມພາຍຸຫົວນີ້.

ປະທານາທິບໍດີໂອບາມາ ກ່າວວ່າ ອົງການຄຸ້ມຄອງ ໄພພິບັດ
ສຸກເສີນຂອງລັດຖະບານກາງ ຫຼື FEMA ໄດ້ສົ່ງຄະນະປະຕິ ບັດງານສຸກເສີນຫຼາຍພັນຄະນະໄປຍັງເຂດແຄມຝັ່ງທະເລກໍ້າ
ຕາເວັນອອກຂອງປະເທດ ທັນທີລຸນຫຼັງທີ່ລົມພາຍຸພັດເຂົ້າຖະ
ຫຼົ່ມ ພ້ອມດ້ວຍເຄື່ອງຊ່ອຍເຫຼືອຕ່າງໆ ຮວມທັງອາຫານການກິນ ນໍ້າສະອາດ ແລະເຄື່ອງ ປັ່ນໄຟຟ້າ.

ທ່ານໂອບາມາໃຫ້ຄຳໝັ້ນສັນຍາວ່າ ລະບົບບໍລິຫານງານທີ່ເປັນໄປຕາມຂັ້ນຕອນຂອງລັດ ຖະບານຈະບໍ່ເປັນອຸບປະສັກໃນການແກ້ໄຂບັນຫາເຫຼົ່ານີ້ໂດຍສະເພາະແລ້ວແມ່ນອຳນາດ ໃນການຟື້ນຟູສິ່ງສາທາລະນຸປະໂພກ ເຊັ່ນໄຟ້ຟ້າ ນໍ້າປະປາ ແລະໂທລະສັບ ໃນເຂດທ້ອງ ຖິ່ນ.

ປະທານາທິບໍດີໄດ້ແຈ້ງໃຫ້ຊາບກ່ຽວກັບເບີໂທລະສັບທີ່ບໍ່ເສຍເງິນແລະເວັບໄຊທ໌ເພື່ອຕິດ
ຕໍ່ຫາອົງການ FEMA ສຳລັບພວກທີ່ໄດ້ຮັບຜົນກະທົບຈາກລົມພາຍຸດັ່ງກ່າວແລະພວກທີ່ ຍັງຕ້ອງການຄວາມຊ່ອຍເຫຼືອ.

ປະທານາທິບໍດີໂອບາມາຮຽກຮ້ອງໃຫ້ພວກທີ່ຕ້ອງການຢາກອາສາສະມັກໄປຊ່ອຍປະກອບ
ສ່ວນ ເຂົ້າໃນການຟື້ນຟູເຂດປະສົບໄພ ຈົ່ງຕິດຕໍ່ໄປຫາສະພາກາແດງ.

ກ່ຽວຂ້ອງກັນ

XS
SM
MD
LG