ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ຂໍໃຫ້ສະພາ ຊ່ອຍພວກເຈົ້າຂອງເຮືອນ ທີ່ປະສົບບັນຫາ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີບາຣັກ ໂອບາມາ ຮຽກຮ້ອງໃຫ້ບັນດາສະມາຊິກ
ຂອງພັກຣີພັບບລີກັນຢູ່ໃນລັດຖະສະພາສະຫະລັດຮັບຜ່ານຮ່າງ
ກົດໝາຍທີ່ຈະໃຫ້ຄວາມຊ່ອຍເຫຼືອ ແກ່ພວກເຈົ້າຂອງເຮືອນທີ່ມີ
ຄວາມຮັບຜິດຊອບ ເພື່ອກູ້ຢືມເງິນຊື້ເຮືອນໃໝ່ ຂະນະທີ່ອັດຕາ ດອກເບ້ຍຕໍ່າສຸດເປັນປະຫວັດການນັ້ນ.

ປະທານາທິບໍດີໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານໃນວັນເສົາມື້ນີ້ວ່າ ທ່ານໄດ້ສົ່ງແຜນການດັ່ງກ່າວໄປ
ຍັງລັດຖະສະພາໃນເດືອນກຸມພາຜ່ານມາ ແຕ່ທ່ານເວົ້າວ່າສະ ມາຊິກຂອງພັກຣີພັບບລີກັນໄດ້ຮ່ວມກັນຄັດຄ້ານແລະປ້ອງກັນ
ບໍ່ໃຫ້ມີການລົງຄະແນນສຽງກ່ຽວກັບຮ່າງກົດໝາຍສະບັບນີ້.

ທ່ານໂອບາມາ ຮຽກຮ້ອງໃຫ້ ປະຊາຊົນຊາວອາເມຣິກັນ ຕິດຕໍ່
ໄປຫາສະມາຊິກລັດຖະສະພາຂອງພວກເຂົາເຈົ້າເພື່ອກົດດັນໃຫ້ມີການຮັບຮອງເອົາແຜນ
ການດັ່ງກ່າວນີ້.

ສະມາຊິກສະພາຕໍ່າ Jeff Flake ຈາກລັດອາຣິໂຊນ່າ ເປັນຜູ້ກ່າວຄຳປາໄສຕອບ ປະຈຳ ສັບປະດາຂອງພັກຣີພັບບລີກັນ. ທ່ານເວົ້າວ່າ ບໍ່ມີການສົງໄສໃດໆເລີຍ ທີ່ປະທານາທິບໍດີ ໂອບາມາໄດ້ຮັບຊ່ວງຕໍ່ ກ່ຽວກັບເສດຖະກິດ ທີ່ມີຄວາມຫຼໍ່ແຫຼມ ແຕ່ທ່ານກໍບໍ່ໄດ້ເຮັດຫຍັງ ຫຼາຍເພື່ອປັບປຸງໃຫ້ມັນດີຂຶ້ນເລີຍ.

ທ່ານ Flake ເວົ້າວ່າ ໄລຍະສີ່ປີ ທີ່ທ່ານໂອບາມາ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ແມ່ນໄດ້ສະແດງໃຫ້ເຫັນເຖິງການຢຸດພັກ ຈາກການມີເຫດຜົນກ່ຽວກັບເລື່ອງງົບປະມານ. ທ່ານຮຽກຮ້ອງໃຫ້ສະມາຊິກສະພາສູງຂອງພັກເດໂມແຄຣັທຮັບຜ່ານຮ່າງງົບປະມານໂດຍ ເວົ້າວ່າ ມັນເຖິງເວລາແລ້ວທີ່ພວກເຮົາຈະຕ້ອງໄດ້ເຮັດວຽກເຮັດການ.

XS
SM
MD
LG