ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາວ່າ ລັດຖະສະພາ ຄວນຊ່ອຍ ໃຫ້ປະເທດຊາດ ກ້າວໄປຂ້າງໜ້າ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (5 ຕຸລາ 2012)
ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (5 ຕຸລາ 2012)
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ປະ
ເທດ ຊາດກຳລັງກ້າວໄປຂ້າງໜ້າ ສີ່ປີ ລຸນຫຼັງວິກິດການທາງ
ດ້ານເສດຖະກິດ ທີ່ຮ້າຍແຮງສຸດ ນັບຕັ້ງແຕ່ ໄດ້ເກີດສະພາບ
ເສດຖະກິດຕົກຕໍ່າ ທີ່ໃຫຍ່ທີ່ສຸດໃນໂລກ.

ປະທານາທິບໍດີໂອບາມາ ກ່າວໃນຄຳປາໄສປະຈຳສັບປະດາ
ຂອງທ່ານ ໃນວັນເສົາມື້ນີ້ວ່າ ອັດຕາຄົນຫວ່າງງານ ໃນເວລາ
ນີ້ ແມ່ນຕໍ່າສຸດ ນັບຕັ້ງແຕ່ ທ່ານໄດ້ເຂົ້າຮັບຕຳແໜ່ງ ໃນຕົ້ນປີ
2009.

ທ່ານໄດ້ຮຽກຮ້ອງໃຫ້ພັກຣີພັບບລີກັນ ຢູ່ໃນລັດຖະສະພາສະ
ຫະລັດຊ່ອຍເຮັດໃຫ້ປະເທດຊາດກ້າວໄປຂ້າງໜ້າດ້ວຍການ
ຮັບຜ່ານແຜນການຂອງທ່ານ ທີ່ຈະບໍ່ຂຶ້ນພາສີສຳຫຼັບຊາວອາ
ເມຣິກັນ 98% ແທນທີ່ຈະເອົາການຕັດພາສີດັ່ງກ່າວໄວ້ເປັນໂຕປະກັນຈົນກວ່າຈະມີການ ຮັບຮອງເອົາການຕັດພາສີສຳຫຼັບພວກຄົນອາເມຣິກັນທີ່ຮັ່ງມີທີ່ສຸດ 2%.



ນອກນັ້ນປະທານາທິບໍດີໂອບາມາ ຍັງຮຽກຮ້ອງໃຫ້ ບັນດາສະມາຊິກສະພາສູງຂອງພັກຣີ ພັບບລີກັນ ທີ່ລົງຄະແນນສຽງຄັດຄ້ານຕໍ່ຮ່າງກົດໝາຍສ້າງວຽກການເຮັດໃຫ້ແກ່ພວກນັກ ລົບເກົ່າ ຈົ່ງພິຈາລະນາຄືນໃໝ່ກ່ຽວກັບການລົງຄະແນນສຽງຂອງພວກທ່ານ. ທ່ານໂອບາ ມາເວົ້າວ່າ ບຸກຄົນໃດກໍຕາມທີ່ສູ້ລົບເພື່ອສະຫະລັດຢູ່ໃນຕ່າງປະເທດບໍ່ຄວນຈະທີ່ຈະຕ້ອງ ໄດ້ຕໍ່ສູ້ເພື່ອຊອກຫາວຽກການເຮັດຫຼັງຈາກໄດ້ກັບຄືນມາສະຫະລັດແລ້ວ.

ທ່ານ Reince Priebus ປະທານຄະນະກຳມະການແຫ່ງຊາດຂອງພັກຣີພັບບລີກັນກ່າວ ໃນຄຳປາໄສປະຈຳສັບປະດາ ຂອງພັກທ່ານວ່າ ແຜນການຂອງປະທານາທິບໍດີ ທີ່ຈະປົວ ແປງເສດຖະກິດນັ້ນ ກໍຄືເຮັດຄືນນະໂຍບາຍທີ່ລົ້ມແຫຼວ ທີ່ໄດ້ຝັງພວກຄົນຊັ້ນກາງ ໃນໄລ ຍະ 4 ປີທີ່ຜ່ານມາ.

ທ່ານ Priebus ກ່າວວ່າ ທິດທາງໃໝ່ແມ່ນມີຄວາມຈຳເປັນສຳຫຼັບສະຫະລັດ ຍ້ອນວ່າພວກ ເຮົາບໍ່ສາມາດທີ່ຈະປ່ອຍໃຫ້ 4 ປີຕໍ່ໜ້າ ມີລັກສະນະຄ້າຍຄືກັນກັບ 4 ປີທີ່ຜ່ານມາ.

XS
SM
MD
LG