ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຕຳໜິສະພາ ກ່ຽວກັບ ຕະຫຼາດເຮືອນ (ວີດີໂອ)

Một tín đồ Hindu thực hiện một nghi lễ tắm trước khi bắt đầu cuộc hành hương đền thiêng trong hang động Batu trong Lễ hội Thaipusam bên ngoài Kuala Lumpur, Malaysia. Hàng ngàn người Hindu tham gia lễ tạ ơn hàng năm mà trong đó tín đồ chịu tự chịu những nghi thức đau đớn để thể hiện đức tin và sám hối để vinh danh Thánh Subramaniam.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຕຳໜິລັດ
ຖະສະພາສະຫະລັດ ໂດຍສະເພາະແລ້ວ ແມ່ນສະມາຊິກຂອງ
ພັກຣີພັບບລີກັນ ທີ່ບໍ່ໄດ້ດຳເນີນການກ່ຽວກັບຂໍ້ສະເໜີຕ່າງໆທີ່
ແນໃສ່ ເພື່ອຊ່ອຍໃຫ້ພວກເຈົ້າຂອງເຮືອນທັງຫຼາຍ ປະຢັດເງິນ
ຫຼາຍພັນໂດລານັ້ນ.

ໃນລະຫວ່າງ ການກ່າວຄຳປາໄສ ປະຈຳສັບປະດາຂອງທ່ານ
ໃນວັນເສົາມື້ນີ້ ປະທານາທິບໍດີໂອບາມາ ກ່າວວ່າ ລັດຖະສະ
ພາສະຫະລັດໄດ້ຊັກຊ້າບໍ່ດຳເນີນການກ່ຽວກັບແຜນການຂອງ
ທ່ານທີ່ສົ່ງໄປໃຫ້ໃນເດືອນກຸມພາຜ່ານມາທີ່ທ່ານເວົ້າວ່າອາດ
ຈະຊ່ອຍພວກເຈົ້າຂອງເຮືອນປະຢັດໄດ້ເຖິງ 3,000 ໂດລາຕໍ່
ປີໃນການກູ້ຢືມເງິນໃໝ່ສຳຫຼັບເຮືອນເຂົາເຈົ້າໃນອັດຕາດອກ
ເບ້ຍທີ່ຕໍ່າລົງ.

ປະທານາທິບໍດີໂອບາມາເວົ້າວ່າ ຕະຫຼາດຊື້ຂາຍເຮືອນກຳລັງຟື້ນໂຕຄືນຈາກວິກິດການ
ໃນ ປີ 2007 ແລະ 2008 ແລະທ່ານຊຸກຍູ້ໃຫ້ປະຊາຊົນອາເມຣິກັນ ຕິດຕໍ່ໄປຫາສະມາ ຊິກສະພາຂອງພວກເຂົາເຈົ້າ ແລະຮຽກຮ້ອງໃຫ້ສະມາຊິກສະພາເຫຼົ່ານີ້ດຳເນີນມາດຕະ ການ ເວລາສະມາຊິກສະພາກັບຄືນມາຈາກການໄປພັກຜ່ອນ.

ໃນຄຳປາໄສຕອບປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ທ່ານ Vernon Parker ຜູ້ ສະມັກເປັນສະມາຊິກລັດຖະສະພາຂອງພັກຣີພັບບລີກັນຢູ່ລັດອາຣີໂຊນາສະໜັບສະໜຸນ ໃຫ້ມີການຍົກເລີກກົດໝາຍປະກັນໄພສຸຂະພາບຂອງປະທານາທິບໍດີໂອບາມາແລະໂຄສະ ນາຊັກຊວນກ່ຽວກັບແຜນການສ້າງວຽກເຮັດງານທຳຂອງພັກຣີພັບບລີກັນ.

ນອກນັ້ນທ່ານ Parker ຍັງສະໜັບສະໜຸນໃຫ້ມີການປະຕິຮູບກົດລະບຽບໃນການເກັບພາ
ສີ ໂດຍເວົ້າວ່າ ນະໂຍບາຍເສດຖະກິດຂອງລັດຖະບານປະທານາທິບໍດີໂອບາມາ ໄດ້ສ້າງ ຄວາມຍຸ່ງຍາກໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະການສ້າງວຽກເຮັດງານທຳເພີ້ມຕື່ມ.

ປະທານາທິບໍດີໂອບາມາ ແລະທ່ານ Mitt Romney ຜູ້ສະມັກປະທານາທິບໍດີ ຂອງພັກຣີ ພັບບລີກັນຈະປະເຊີນໜ້າກັນໃນວັນພຸດຈະມານີ້ໃນການໂຕ້ວາທີຄັ້ງທຳອິດຂອງຈຳນວນ ທັງໝົດ 3 ຄັ້ງ ກ່ອນການເລືອກຕັ້ງໃນວັນທີ 6 ພະຈິກ.
XS
SM
MD
LG