ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ສັນລະເສີນ ຊາວອາເມຣິກັນ ທີ່ເສຍຊີວິດ ຢູ່ລີເບຍ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ມີລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ຢືນຢູ່ທາງຂ້າງ ກ່າວສັນລະເສີນຊາວອາເມຣິກັນ 4 ຄົນ ທີ່ເສຍຊີວິດ ຢູ່ລີເບຍ ໃນລະຫວ່າງພິທີຮັບສົບ ຢູ່ຖານທັບອາກາດ Andrews ໃນລັດ Maryland (14 ກັນຍາ 2012)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ມີລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ຢືນຢູ່ທາງຂ້າງ ກ່າວສັນລະເສີນຊາວອາເມຣິກັນ 4 ຄົນ ທີ່ເສຍຊີວິດ ຢູ່ລີເບຍ ໃນລະຫວ່າງພິທີຮັບສົບ ຢູ່ຖານທັບອາກາດ Andrews ໃນລັດ Maryland (14 ກັນຍາ 2012)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສະແດງ
ຄວາມເຄົາລົບ ຕໍ່ຊາວອາເມຣິກັນ 4 ຄົນ ຮວມທັງເອກອັກຄະ
ລັດຖະທູດສະຫະລັດ ປະຈຳລີເບຍ ທີ່ເສຍຊີວິດຢູ່ທີ່ກົງສຸນສະ
ຫະລັດໃນເມືອງ Benghazi ປະເທດລີເບຍໃນສັບປະດານີ້.

ໃນຄຳປາໄສປະຈຳສັບປະດາທາງວິທະຍຸແລະອິນເຕີແນັດໃນ
ວັນເສົາມື້ນີ້ປະທານາທິບໍດີໂອບາມາກ່າວວ່າ ອາເມຣິກາແມ່ນ
ກາງຕໍ່ຜູ້ຄົນ ຄືກັນກັບທ່ານ Glen Doherty ທ່ານ Tyrone
Woods ທ່ານ Sean Smith ແລະ ເອກອັກຄະລັດຖະທູດ
Chris Stevens ເພື່ອຮັກສາໄວ້ຊຶ່ງອິດສະຫຼະພາບ ທີ່ຊາວອາ
ເມຣິກັນຊົມໃຊ້.


ໃນຂະນະທີ່ສະແດງຄວາມເສົ້າສະລົດໃຈຕໍ່ຄອບຄົວຂອງພວກທີ່ເສຍຊີວິດນັ້ນ ປະທາ ນາທິບໍດີໂອບາມາເວົ້າວ່າ ພວກທີ່ຮັບຜິດຊອບໃນການສັງຫານ ຢູ່ທີ່ສະຖານກົງສຸນສະ ຫະລັດ ໃນເມືອງ Benghazi ຈະຖືກນຳໂຕມາລົງໂທດ.

ທ່ານໂອບາມາເວົ້າວ່າ ການຕົກລົງໃຈຂອງອາເມຣິກາຈະບໍ່ມີການປ່ຽນແປງແລະທຸກຢ່າງ ທີ່ເປັນໄປໄດ້ ກໍໄດ້ມີການດຳເນີນການໄປແລ້ວ ເພື່ອປົກປ້ອງຄຸ້ມຄອງຊາວອາເມຣິກັນ ຢູ່ ໃນຕ່າງປະເທດ. ທ່ານເວົ້າວ່າ ຄວາມຊົງຈຳກ່ຽວກັບບຸກຄົນທັງ 4 ຈະນຳພາສະຫະລັດໄປ ສູ່ການປົກປ້ອງປະຊາຊົນຂອງຕົນ ຢ່າງເຂັ້ມແຂງ ແລະປອດໄພກວ່າເກົ່າ ແລະຊ່ອຍເຮັດ ໃຫ້ໂລກດີຂຶ້ນ.

ໃນຄຳປາໄສຕອບຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Allen West ຈາກລັດ ຟລໍຣິດາ ໄດ້ກ່າວຫາລັດຖະບານປະທານາທິບໍດີໂອບາມາວ່າ ເຮັດໃຫ້ກອງທັບອ່ອນແອ ລົງໂດຍບໍ່ຍຸຕິການຕັດງົບປະມານຊຶ່ງຈະເລີ້ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີໜ້ານີ້.

ສະມາຊິກສະພາຕໍ່າ Allen West ກ່າວວ່າ ພັກຂອງທ່ານມີແຜນການທີ່ຈະຫຼີກລ່ຽງບໍ່ໃຫ້ ມີການຕັດງົບປະມານ ດ້ານປ້ອງກັນປະເທດ ແຕ່ທ່ານເວົ້າວ່າ ສະມາຊິກຂອງພັກເດໂມ
ແຄຣັທໃນສະພາສູງສະຫະລັດ ບໍ່ໃຫ້ການສະໜັບສະໜຸນຕໍ່ແຜນການຂອງພັກຣີພັບບລີ
ກັນ.

XS
SM
MD
LG