ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໂອບາມາ ຊົມເຊີຍທະຫານອາເມຣິກັນ ໃນວັນຄົບຮອບ ການຖອນ ອອກຈາກອີຣັກ (ວີດິໂອ 2 ອັນ)


A general view of the welcoming ceremony presided over by French interior minister, of the new promotion of new police officers at the Prefecture de police in Paris.
A general view of the welcoming ceremony presided over by French interior minister, of the new promotion of new police officers at the Prefecture de police in Paris.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ລະນຶກເຖິງ
ຂີດໝາຍຄົບຮອບສອງປີ ໃນການສິ້ນສຸດລົງ ຂອງການປະຕິບັດ
ງານສູ້ລົບຢູ່ໃນປະເທດອີຣັກໂດຍກ່າວຂອບອົກຂອບໃຈຕໍ່ບັນດາ ທະຫານໆແລະຄອບຄົວຂອງພວກເຂົາເຈົ້າ ທີ່ໄດ້ພາກັນເສຍສະ
ລະ.

ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາໃນວັນເສົາມື້
ນີ້ ທ່ານໂອບາມາໄດ້ເວົ້າເຖິງ ການໄປຢ້ຽມຄ້າຍທະຫານ Fort
Bliss ທີ່ລັດເທັກຊັສໃນວັນສຸກວານນີ້ ບ່ອນທີ່ທ່ານໄດ້ສະແດງ ຄວາມຊົມເຊີຍຕໍ່ພວກທະຫານ ໃນການປະຕິບັດງານທີ່ສຳເລັດ
ຜົນຂອງພວກເຂົາເຈົ້າ.

ນອກນັ້ນແລ້ວ ປະທານາທິບໍດີຍັງເວົ້າວ່າ ໄດ້ມີຄວາມກ້າວໜ້າ
ໃນການປະຕິບັດງານຕໍ່ຕ້ານພວກຕາລີບານໃນອັຟການິສຖານ ແຕ່ກໍຍັງມີພາລະກິດທີ່ຍຸ່ງ ຍາກສັບສົນຂວາງໜ້າຢູ່. ທ່ານກ່າວວ່າ ສະຫະລັດພວມຢູ່ໃນເສັ້ນທາງໄປສູ່ການຖອນທະ ຫານອອກຈາກອັຟການິສຖານ ໃນປີ 2014.

ປະທານາທິບໍດີໂອບາມາ ເວົ້າວ່າ ໃນຂະນະທີ່ມີການຖອນທະຫານ ກັບຄືນປະເທດນັ້ນ ພວກເຂົາເຈົ້າບໍ່ຄວນທີ່ຈະຕ້ອງໄດ້ຕໍ່ສູ້ດີ້ນຮົນເພື່ອຊອກຫາວຽກການເຮັດ. ທ່ານໂອບາ ມາກ່າວວ່າ ການຊ່ອຍເຫຼືອພວກທະຫານໃຫ້ບັນລຸຄວາມໄຝ່ຝັນ ຂອງພວກເຂົາເຈົ້ານັ້ນ ແມ່ນວິທີທາງທີ່ສະແດງການໃຫ້ກຽດແກ່ພວກເຂົາເຈົ້າ.

ເບິ່ງວີດິໂອ




ໃນຄຳປາໄສຕອບຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Steve Scalise ຈາກ ລັດ Louisiana ໄດ້ຮຽກຮ້ອງໃຫ້ພັກເດໂມແຄຣັທ ຊ່ອຍຍຸຕິການຂຶ້ນພາສີຕໍ່ທຸລະກິດຂະ ໜາດນ້ອຍ ທີ່ກຳນົດຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີໜ້ານີ້.

ທ່ານເວົ້າວ່າ ການຂຶ້ນພາສີ ຈະສ້າງຄວາມຍຸ່ງຍາກຫຼາຍຂຶ້ນ ສຳຫຼັບພວກເຈົ້າຂອງທຸລະ
ກິດຂະໜາດນ້ອຍທີ່ຈະຈ້າງພວກຄົນງານໃໝ່. ທ່ານ Scalise ກ່າວວ່າ ເພື່ອຮັກສາໄວ້ ຊຶ່ງຄວາມໄຝ່ຝັນຂອງຊາວອາເມຣິກັນຫຼື American Dream ໃຫ້ຢູ່ລອດຕໍ່ໄປນັ້ນແມ່ນ ໝາຍເຖິງການໃຫ້ຄວາມສະໜັບສະໜຸນຕໍ່ເສດ ຖະກິດ ທີ່ຊຸກຍູ້ອິດສະຫຼະພາບແລະໂອ ກາດໃນການຊອກຫາວຽກເຮັດງານທຳ ຂອງພາກເອກກະຊົນ.

ເບິ່ງວີດີໂອການເຮັດເບຍເພື່ອສະຫລອງວັນຕ່າງໆ ຢູ່ທໍານຽບຂາວ

XS
SM
MD
LG