ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ປະກາດວ່າ ຈະຄຸ້ມຄອງ ໂຄງການເມດີແຄ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ພວມອັດຄຳປາໄສ ປະຈຳສັບປະດາຂອງທ່ານ.
ປະທານາທິບໍດີບາຣັກ ໂອບາມາ ພວມອັດຄຳປາໄສ ປະຈຳສັບປະດາຂອງທ່ານ.
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ລັດຖະ
ບານຂອງທ່ານໄດ້ເອົາບາດກ້າວຕ່າງໆເພື່ອເຮັດໃຫ້ໂຄງການປະ
ກັນສຸຂະພາບ ຂອງລັດຖະບານ ຫຼືເມດີແຄ ຢູ່ລອດໄດ້. ເມດີແຄ
ແມ່ນໂຄງການຮັກສາສຸຂະພາບ ສຳຫຼັບພວກຜູ້ເຖົ້າ ຢູ່ໃນສະຫະ
ລັດ.

ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ ປະທານາທິບໍດີໂອບາມາ ກ່າວວ່າ ທ່ານຕ້ອງການ
ຢາກເສີມຄວາມເຂັ້ມແຂງແລະຮັກສາໂຄງການເມດີ ແຄໄວ້ຂະ
ນະທີ່ພັກຣີພັບບລີກັນ ຕ້ອງການຢາກຫັນປ່ຽນເປັນໂຄງການນີ້
ເປັນໂຄງການໃບຈ່າຍເງິນ ທີ່ປະທານາທິບໍດີເວົ້າວ່າ ຈະບໍ່ສາ
ມາດຕາມທັນ ຄ່າໃຊ້ຈ່າຍທີ່ສູງຂຶ້ນນັ້ນ. ປະທານາທິບໍດີໂອບາ
ມາກ່າວວ່າ ຊາວອາເມຣິກັນຈຳເປັນຕ້ອງໄດ້ຮູ້ຈັກກ່ຽວກັບການ
ຮັກສາປິ່ນປົວທີ່ຈຳເປັນນັ້ນວ່າ ຍັງຈະມີຢູ່ຫຼືບໍ່ເວລາພວກເຂົາເຈົ້າຕ້ອງການ.



ໃນຄຳປາໄສຕອບຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Rand Paul ຈາກລັດ ມິນເນໂຊຕ້າ ໄດ້ກ່າວຫາປະທານາທິບໍດີໂອບາມາວ່າ ໄດ້ໂຄສະນາຫາສຽງຕໍ່ຕ້ານປະຊາ ຊົນ ທີ່ປະສົບກັບຄວາມສຳເລັດ ແລະສົບປະໝາດ ພວກທີ່ວ່າຈ້າງຄົນງານຫຼາຍລ້ານຄົນ ໂດຍກ່າວປະນາມລະບົບ ທີ່ເຮັດໃຫ້ຊາວອາເມຣິກັນເປັນຜູ້ຍິ່ງໃຫຍ່ນັ້ນ.

XS
SM
MD
LG