ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາກ່າວວ່າ ການຊ່ວຍປົດປ່ອຍລີເບຍ ເປັນສິ່ງທີ່ຄວນກະທໍາ (ເບິ່ງວີດີໂອ)


ທ່ານໂອບາມາກ່າວວ່າ ການຊ່ວຍປົດປ່ອຍລີເບຍ ເປັນສິ່ງທີ່ຄວນກະທໍາ (ເບິ່ງວີດີໂອ)
ທ່ານໂອບາມາກ່າວວ່າ ການຊ່ວຍປົດປ່ອຍລີເບຍ ເປັນສິ່ງທີ່ຄວນກະທໍາ (ເບິ່ງວີດີໂອ)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກ່າວວ່າ ການປົກປ້ອງຄຸ້ມຄອງປະຊາຊົນລີ
ເບຍກ່ອນການເສຍຊີວິດຂອງຈອມຜະເດັດການມວມມາກາດດາຟີແລະການສິ້ນສຸດລົງຂອງ
ການເຮັດສົງຄາມໃນອີຣັກ ແມ່ນເປັນສິ່ງທີ່ບົ່ງບອກ ກ່ຽວກັບການກັບຄືນມາ ເປັນຜູ້ນຳຄືນ
ໃໝ່ຂອງສະຫະລັດ ຢູ່ໃນໂລກ.

ທ່ານໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ວ່າ ການຊ່ອຍປະ
ຊາຊົນຊາວລີເບຍໃຫ້ລອດພົ້ນຈາກການປົກຄອງທີ່ກົດຂີ່ນັ້ນ ແມ່ນເປັນສິ່ງຖືກຕ້ອງທີ່ຄວນ
ກະທຳ.

ໃນມື້ວັນສຸກວານນີ້ ປະທານາທິບໍດີໂອບາມາປະກາດວ່າ ທະຫານອະເມຣິກັນທີ່ຍັງເຫຼືອຢູ່
ໃນອີຣັກ 39 ພັນຄົນມີກຳນົດທີ່ຈະເດີນທາງກັບຄືນປະເທດພາຍໃນທ້າຍປີນີ້.

ນອກນັ້ນແລ້ວ ທ່ານໂອບາມາຍັງກ່າວໃນຄຳປາໄສຂອງທ່ານໃນມື້ນີ້ວ່າສະຫະລັດຕ້ອງໄດ້
ເພັ່ງເລັງໃສ່ບັນຫາທ້າທາຍທີ່ໃຫຍ່ທີ່ສຸດຂອງຕົນ ກໍຄືການເສີມສ້າງເສດຖະກິດແລະຄວາມ
ເຂັ້ມແຂງພາຍໃນປະເທດຄືນໃໝ່. ທ່ານໄດ້ຮຽກຮ້ອງໃຫ້ລັດຖະສະພາສະຫະລັດ ຮັບຜ່ານ ຮ່າງກົດໝາຍສ້າງວຽກເຮັດງານທຳ ເພື່ອຊ່ອຍບູລະນະສ້າງສາໂຄງລ່າງພື້ນຖານແລະເຮັດ
ໃຫ້ປະຊາຊົນມີວຽກການເຮັດ.

ໃນຄຳປາໄສຕອບ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Richard Burr ຈາກ
ລັດ North Carolina ໄດ້ຮຽກຮ້ອງໃຫ້ສະມາຊິກໃນພັກຂອງທ່ານ ໃຫ້ການສະໜັບສະ
ໜຸນຕໍ່ແຜນການອີກສະບັບນຶ່ງທີ່ເປັນທາງເລືອກສຳລັບຮ່າງກົດໝາຍຂອງປະທານາທິບໍດີ.

ໃນມື້ວັນພະຫັດຜ່ານມານີ້ ສະມາຊິກສະພາສູງສ່ວນໃຫຍ່ຂອງພັກຣີພັບບລີກັນ ໄດ້ປະຕິ
ເສດຕໍ່ພາກສ່ວນນຶ່ງຂອງຮ່າງກົດໝາຍປະທານນາທິບໍດີທີ່ຈະສົ່ງເງິນຊ່ອຍເຫຼືອຂອງລັດຖະ
ບານກາງໄປໃຫ້ລັດຖະບານທ້ອງຖິ່ນທີ່ກຳລັງຂາດແຄນເງິນໃນທົ່ວປະເທດ.

XS
SM
MD
LG