ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຫຼັງຈາກໄດ້ເຮັດສົງຄາມໃນອັຟກາ
ນິສຖານມາເປັນເວລາດົນກວ່ານຶ່ງທົດສະວັດ ມັນເຖິງເວລາແລ້ວທີ່ຈະເພັ່ງເລັງໃສ່ການສ້າງສາ
ປະເທດຊາດບ້ານເມືອງຢູ່ໃນສະຫະລັດ.
ທ່ານໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານວ່າ ຊາວອາເມຣິກັນ ຕ້ອງໄດ້ຖາມ
ຕົນເອງວ່າ ມັນເປັນປະເທດແບບໃດທີ່ພວກທະຫານພວມເດີນທາງກັບຄືນມານັ້ນ. ທ່ານເວົ້າ
ວ່າ ປະເທດຊາດຕ້ອງໃຫ້ການຄໍ້າປະກັນກ່ຽວກັບການປິ່ນປົວພະຍາບານແລະຜົນປະໂຫຍດ
ອື່ນໆ ທີ່ພວກນັກລົບເກົ່າໄດ້ຮັບ ເພື່ອວ່າພວກເຮົາຕ້ອງໄດ້ຮັບໃຊ້ພວກເຂົາເຈົ້າ ດັ່ງດຽວກັນ
ກັບທີ່ພວກເຂົາເຈົ້າໄດ້ຮັບໃຊ້ພວກເຮົາ.
ປະທານາທິບໍດີໂອບາມາກ່າວວ່າ ພໍ່ເຖົ້າຂອງທ່ານສາມາດໄປຮຽນມະຫາວິທະຍາໄລໄດ້ໂດຍ
ອາໄສການຊ່ອຍເຫຼືອພວກນັກລົບເກົ່າ ຫຼື G.I. Bill ຫຼັງຈາກສົງຄາມໂລກຄັ້ງທີສອງ ເວລາ
ການໃຫ້ຄຳໝັ້ນສັນຍາຂັ້ນພື້ນຖານຂອງອາເມຣິກາ ທີ່ວ່າ ຖ້າທ່ານຫາກເຮັດວຽກເຮັດການ
ແບບເອົາຈິງເອົາຈັງແລ້ວ ທ່ານຈະມີຖານະດີພໍ ເພື່ອລ້ຽງຄອບຄົວ ມີເຮືອນຊານ ແລະສົ່ງລູກ
ໄປຮຽນມະຫາວິທະຍາໄລໄດ້. ປະທານາທິບໍດີໂອບາມາກ່າວວ່າ ເພື່ອຮັກສາຄຳໝັ້ນສັນຍາ
ທີ່ວ່ານັ້ນໃຫ້ຍືນຍົງຢູ່ຕໍ່ໄປ ແມ່ນເລື່ອງທີ່ສຳຄັນສຳຫຼັບຍຸກສະໄໝຂອງພວກເຮົາ.
ປະທານາທິບໍດີໂອບາມາເວົ້າວ່າ ການຟື້ນໂຕຄືນຈາກວິກິດການເສດຖະກິດທີ່ຮ້າຍແຮງສຸດ
ນັບຕັ້ງແຕ່ໄດ້ເກີດສະພາບເສດຖະກິດຕົກຕໍ່າຂອງໂລກນັ້ນ ແມ່ນວຽກງານ ທີ່ພວມດຳເນີນ
ໄປດ້ວຍຄວາມກ້າວໜ້າ.
ປະທານາທິບໍດີໂອບາມາ ກ່າວວ່າ ປະເທດຊາດ ຈຳເປັນຕ້ອງໄດ້ລົງທຶນ ໃນດ້ານວຽກການ
ການສຶກສາ ພະລັງງານທີ່ສະອາດ ການຄົ້ນຄວ້າດ້ານການແພດຕະຫຼອດທັງຕາໜ່າງການ
ຄົມມະນາຄົມຂົນສົ່ງແລະການສື່ສານທີ່ໄວຂຶ້ນ. ທ່ານເວົ້າວ່າ ບູລິມມະສິດຂອງປະເທດຊາດ
ບໍ່ຄວນຈະຮວມທັງການຕັດພາສີໃຫ້ແກ່ພວກເສດຖີທັງຫຼາຍ.
ສະມາຊິກສະພາສູງ Bob Corker ຈາກລັດເທັນເນັສຊີກ່າວໃນຄຳປາໄສຕອບປະຈຳສັບປະ
ດາຂອງພັກຣີພັບບລີກັນວ່າ ການໃຊ້ຈ່າຍແລະການຕິດໜີ້ ໃນວໍຊິງຕັນ ທີ່ຈິງແລ້ວພວມລັກ
ຂະໂມຍເອົາໂອກາດຂອງພວກຄົນຮຸ້ນຕໍ່ໄປໃນການທີ່ຈະດຳລົງຊີວິດເພື່ອບັນລຸຄວາມໄຝ່ຝັນ
ຂອງຊາວອາເມຣິກັນ.
ທ່ານ Corker ເວົ້າວ່າ ງົບປະມານຂອງປະທານາທິບໍດີໃນປີນີ້ ທີ່ຈິງແລ້ວ ຈະເຮັດໃຫ້ການ
ເຕີບໂຕຂອງເສດຖະກິດຫຼຸດລົງ ໃນທົດສະວັດຕໍ່ໜ້າ.
ສະມາຊິກສະພາສູງຈາກລັດເທັນເນັສຊີທ່ານນີ້ ຍັງເວົ້າວ່າ ການເຮັດໃຫ້ພາກເອກກະຊົນເຕີບ
ໂຕແທນທີ່ຈະແມ່ນລັດຖະບານຈະໃຫ້ການຄໍ້າປະກັນວ່າພວກເຮົາຍັງສືບຕໍ່ເປັນປະເທດທີ່ເຂັ້ມ
ແຂງທີ່ສຸດໃນໂລກ.