ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ຮຽກຮ້ອງໃຫ້ ສະແດງຄວາມຮູ້ບຸນຄຸນ ຕໍ່ພວກທະຫານ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນທັງ​ມວນ​
ສະ​ແດງ​ຄວາມ​ຮູ້​ບຸນຄຸນ ​ຕໍ່​ພວກ​ທະຫານໆ​ ທັງ​ໃນ​ອະດີດ​ແລະ​ປັດຈຸບັນ ​ເນື່ອງ​ໃນ​ໂອກາດ
​ວັນ Memorial Day ຫຼືວັນ​ໄວ້ອາ​ໄລ​ໃຫ້​ແກ່​ພວກ​ທະຫານ​ທີ່​ໄດ້​ເສຍ​ຊີວິດ​ໃນ​ສົງຄາມ​ປາງ
​ຕ່າງໆ​ຂອງ​ສະຫະລັດ ​ແລະ​ປະທານາທິບໍດີກໍ​ໄດ້ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ພວກ​ທະຫານໆ​
ທັງ​ຊາຍແລະ​ຍິງ​ ທີ່​ໄດ້ເສຍ​ຊີວິດ​ໃນ​ລະຫວ່າງ​ຮັບ​ໃຊ້​ປະ​ເທດ​ຊາດ.

​ໃນລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ໃນ​ວັນເສົາ​ມື້ືນີ້ ທ່ານ​ໂອ​ບາ​ມາ​ເວົ້າວ່າ ວັນ
Memorial Day ​ແມ່ນ​ໂອກາດ​ທີ່ປະ​ເທດ​ຊາດ ຈະ​ໃຫ້ການ​ຢືນຢັນໃໝ່​ອີກ​ຄັ້ງນຶ່ງ​ ກ່ຽວ​ກັບ​
ການ​ເບິ່ງ​ແຍງ​ດູແລ​ພວກ​ນັກ​ລົບ​ເກົ່າ ​ແລະ​ຄອບຄົວ​ຂອງພວກ​ເຂົາ​ເຈົ້າ.

ປະທານາທິບໍດີ​ໂອ​ບາ​ມາ​ເວົ້າວ່າ ການ​ຄໍ້າປະກັນ​ໃຫ້​ພວກເຂົາ​ເຈົ້າ​ໄດ້​ຮັບ​ການຮັກສາ​ສຸຂະພາບ
ໄດ້​ເຂົ້າຮຽນ​ຂັ້ນມະຫາວິທະຍາ​ໄລ​ ແລະ​ມີ​ວຽກ​ການ​ທີ່ດີໆ​ເຮັດແມ່ນ​ເປັນ​ພຽງ​ບໍ່​ເທົ່າ​ໃດ​ສິ່ງ​ທໍ່​ນັ້ນ
ທີ່​ພວກ​ນັກ​ລົບ​ເກົ່າ ​ສົມຄວນ​ຈະ​ໄດ້​ຮັບ ​ໃນ​ການ​ສ່ຽງ​ທຸກ​ສິ່ງ​ທຸກ​ຢ່າງ​ ເພື່ອ​ປົກ​ປ້ອງ​ອິດສະຫຼະ
ພາບ.

​ໃນ​ຄຳ​ປາໄສ​ຕອບ​ປະຈຳ​ສັບປະດາ ​ຂອງ​ພັກຣີພັບ​ບລີ​ກັນນັ້ນ ສະມາຊິກ​ສະພາຕໍ່າ Lynn Jen-
kins ຈາກ​ລັດ Kansas ກ່າວ​ວ່າ ຄວນ​ຈະ​ດຳ​ເນີນ​ການ​ທຸກສິ່ງ​ຢ່າງ​ເພື່ອ​ຊ່ອຍ​ໃຫ້​ພວກ​ນັກ​ລົບ
​ເ​ກົ່າຈະ​ເລີ​ນກ້າວໜ້າ ​ໃນ​ເສດຖະກິດ​ ທີ່​ເຂັ້ມ​ແຂງ. ສະມາຊິກ​ສະພາ​ຕໍ່າ Jenkins ກ່າວ​ຕໍ່​ໄປ​ວ່າ
​ເປັນ​ຍ້ອນນະ​ໂຍບາຍ​ຂອງ​ປະທານາທິບໍດີ​ໂອ​ບາ​ມາຈຶ່ງ​ເຮັດ​ໃຫ້​ຕະຫຼາດວຽກ​ງານ​ອ່ອ​ນ​ແອ​ແລະ
​ເຮັດ​ໃຫ້​ລາຄາ​ນໍ້າມັນ​ແລະ​ອາຫານ​ແພງ​ຂຶ້ນ.

ທ່ານ​ນາງຍັງຖິ້ມ​ໂທດ ​ກ່ຽວ​ກັບ​ການ​ຊັກ​ຊ້າ​ລົງ​ຂອງເສດຖະກິດ ​ໃສ່​ສະມາຊິກ​ພັກ​ເດ​ໂມ​ແຄຣັດ
ຂອງ​ທ່ານ​ໂອ​ບາ​ມາຢູ່​ໃນ​ສະພາ​ສູງ​ສະຫະລັດ​ໂດຍ​ເວົ້າວ່າ ​ພວກ​ເຂົາ​ເຈົ້າ​ໄດ້​ແກ່ຍາວ​ບໍ່​ຍອມ​ເອົາ
​ມາດ​ຕະການ​ດ້ານ​ນິຕິບັນ​ຢັດ​ເພື່ອ​ຊຸກຍູ້​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນນັ້ນ.

XS
SM
MD
LG