ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ລັດຖະສະພາສະຫະລັດປະ
ຕິບັດຕາມບັນຊີລາຍຊື່ທີ່ຕ້ອງກະທຳ ທີ່ທ່ານເວົ້າວ່າ ຈະຊ່ອຍເສີມຂະຫຍາຍການສ້າງວຽກ
ເຮັດງານທຳແລະເຮັດໃຫ້ເສດຖະກິດເຕີບໂຕ.
ປະທານາທິບໍດີໂອບາມາ ໄດ້ເປີດເຜີຍບັນຊີລາຍຊື່ທີ່ທ່ານຕ້ອງການ ໃນລະຫວ່າງຄຳປາໄສ
ປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ທີ່ຮວມທັງການໃຫ້ຄວາມສະໜັບສະໜຸນຂອງລັດ
ຖະສະພາສະຫະລັດ ຕໍ່ຊາວອາເມຣິກັນ ທີ່ພວມພະຍາຍາມຈະກູ້ຢືມເງິນໃໝ່ຊື້ເຮືອນໃນອັດ
ຕາດອກເບ້ຍທີ່ຕໍ່າກວ່າເກົ່າ.
ນອກນັ້ນທ່ານໂອບາມາ ຍັງຮຽກຮ້ອງໃຫ້ລັດຖະສະພາສະຫະລັດ ຍົກເລີກການຫຼຸດຜ່ອນ
ພາສີໃຫ້ແກ່ບັນດາບໍລິສັດທີ່ສົ່ງວຽກການໄປຕ່າງປະເທດ. ທ່ານເວົ້າວ່າລັດຖະສະພາຄວນ
ຈະຊ່ອຍທຸລະກິດຂະໜາດນ້ອຍດ້ວຍການຫຼຸດຜ່ອນພາສີໃຫ້ແກ່ພວກເຂົາເຈົ້າເພື່ອໃຫ້ເຂົາ
ເຈົ້າສາມາດຈ້າງ ພວກຄົນງານໃນສະຫະລັດໄດ້ຕື່ມ ແທນການຫຼຸດພາສີໃຫ້ແກ່ບໍລິສັດເຫຼົ່າ
ນັ້ນ.
ປະທານາທິບໍດີໂອບາມາເວົ້າວ່າ ລັດຖະສະພາຄວນຈະຕໍ່ອາຍຸໃນການຫຼຸດພາສີໃຫ້ແກ່ບັນ
ດາບໍລິສັດຜະລິດພະລັງງານທີ່ສະອາດ ແລະຊ່ອຍພວກນັກລົບເກົ່າ ທີ່ກັບຄືນມາຈາກສະ
ໜາມລົບໃນອີຣັກແລະອັຟການິສຖານ.
ໃນຄຳປາໄສຕອບປະຈຳສັບປະດາຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Kristi
Noem ຈາກລັດ Dakota ໃຕ້ກ່າວວ່າ ນະໂຍບາຍຂອງລັດຖະບານທ່ານໂອບາມາ ກີດ
ກັນບໍ່ໃຫ້ມີການສ້າງວຽກເຮັດງານທຳ.
ທ່ານນາງ Noem ກ່າວຕື່ມວ່າ ສະພາສູງຂອງສະຫະລັດທີ່ຢູ່ພາຍໃຕ້ການນຳພາຂອງພັກ
ເດໂມແຄຣັທ ກໍປະສົບຄວາມລົ້ມແຫຼວເຊັ່ນກັນ ໃນການເຄື່ອນໄຫວເພື່ອໃຫ້ການອະນຸມັດ
ຕໍ່ຮ່າງກົດໝາຍສ້າງວຽກເຮັດງານທຳ ຂອງສະພາຕໍ່າສະຫະລັດ ທີ່ຢູ່ພາຍໃຕ້ການນຳພາ
ຂອງພັກຣີພັບບລີກັນນັ້ນ.