ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາກ່າວວ່າ ການກອບກູ້ອຸສາຫະກຳລົດໂອ
ໂຕໄດ້ຊ່ອຍຮັກສາວຽກເຮັດງານທຳໄວ້ຫຼາຍລ້ານວຽກ ໃນລະຫວ່າງທີ່ເສດຖະກິດຫຼຸດຖອຍ
ຢ່າງຮ້າຍແຮງນັບແຕ່ໄດ້ເກີດສະພາບເສດຖະກິດຕົກຕໍ່າຄັ້ງໃຫຍ່ຂອງໂລກ.
ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທານາທິບໍດີ
ໂອບາມາເວົ້າວ່າ ການຟື້ນຟູອຸສາຫະກຳລົດໂອໂຕທີ່ສຳຄັນໆຂອງສະຫະລັດ ຍັງໄດ້ສ້າງ
ວຽກເຮັດງານທຳໃໝ່ຫຼາຍກວ່າ 200 ພັນວຽກ ໃນອຸສາຫະກຳລົດໂອໂຕ ໃນຮອບສອງປີ
ເຄິ່ງຜ່ານມານີ້.
ປະທານາທິບໍດີໂອບາມາກ່າວວ່າ ໃນຖານະທີ່ເປັນພາກສ່ວນນຶ່ງ ຂອງຂໍ້ຕົກລົງກອບກູ້ອຸສາ
ຫະກຳນັ້ນບໍລິສັດເຮັດລົດໂອໂຕຂອງສະຫະລັດ ຕ້ອງໄດ້ເລີ່ມຜະລິດລົດໃຊ້ເຊື້ອໄຟໜ້ອຍລົງ
ເພື່ອຫຼຸດຜ່ອນ ຄວາມຕ້ອງການທາງດ້ານນໍ້າມັນ ຈາກຕ່າງປະເທດ. ທ່ານເວົ້າວ່າ ການນໍາ
ເຂົ້ານໍ້າມັນຂອງສະຫະລັດໄດ້ຫຼຸດລົງ ໃນໄລຍະສອງສາມປີຜ່ານມານີ້ ແຕ່ສະຫະລັດຈຳເປັນ
ຕ້ອງໄດ້ເບິ່ງໄປຍັງການນຳໃຊ້ພະລັງງານລົມ ແລະຕາເວັນນຳດ້ວຍ.
ທ່ານໂອບາມາຢາກໃຫ້ລັດຖະສະພາສະຫະລັດຢຸດເຊົາການໃຊ້ເງິນພາສີ 4 ພັນລ້ານໂດລາ
ອຸດໜຸນບັນດາບໍລິສັດນໍ້າມັນທີ່ໄດ້ກຳໄລສູງ ແລະເພັ່ງເລັງໃສ່ການພັດທະນາແຫຼ່ງພະລັງງານ
ທີ່ໃຊ້ຄືນໃໝ່ໄດ້.
ໃນຄຳປາໄສຕອບຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Doc Hastings ຈາກ
ລັດວໍຊິງຕັນໄດ້ກ່າວຫາປະທານາທິບໍດີໂອບາມາວ່າ ຂັດຂວາງໂຄງການທີ່ຈະເພີ່ມການຜະ
ລິດນໍ້າມັນຂອງສະຫະລັດຮວມທັງໂຄງການສ້າງທໍ່ນໍ້າມັນ Keystone.
ທ່ານ Hastings ກ່າວວ່າ ບັນດາສະມາຊິກສະພາຂອງພັກຣີພັບບລີກັນ ໄດ້ລົງຄະແນນ
ສຽງ ເພື່ອກຳຈັດເຄື່ອງກີດຂວາງຕ່າງໆ ໃນການພັດທະນາແຫຼ່ງພະລັງງານໃໝ່ນັ້ນ.