ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ສະພາຕໍ່າສະຫະລັດຮັບຜ່ານ
ຮ່າງກົດໝາຍວ່າດ້ວຍການຂົນສົ່ງທີ່ທ່ານເວົ້າວ່າຈະເຮັດໃຫ້ຊາວອາເມຣິກັນມີວຽກການເຮັດ
ຕື່ມ ແລະປ້ອງກັນບໍ່ໃຫ້ການຟື້ນໂຕຄືນຂອງເສດຖະກິດປະສົບກັບສະພາບຫຼຸດຖອຍ.
ສະພາສູງຂອງສະຫະລັດ ໄດ້ຮັບຮອງເອົາແລ້ວ ຮ່າງກົດໝາຍສະບັບທີ່ໄດ້ຮັບການສະໜັບ
ສະໜຸນຈາກທັງສອງພັກການເມືອງ ເພື່ອສ້ອມແປງຖະໜົນຫົນທາງ ຂົວ ແລະສະໜັບສະ
ໜຸນວຽກງານການກໍ່ສ້າງ.
ໃນລະຫວ່າງການກ່າວຄຳປາໄສ ປະຈຳສັບປະດາຂອງທ່ານນັ້ນ ປະທານາທິບໍດີ ໂອບາມາ
ຍັງໄດ້ກ່າວປ້ອງກັນ ນະໂຍບາຍພະລັງງານຂອງທ່ານໂດຍເວົ້າວ່າການ ຜະລິດນໍ້າມັນພາຍ
ໃນປະເທດ ແມ່ນສູງສຸດໃນຮອບ 8 ປີ.
ແຕ່ນອກນັ້ນທ່ານຍັງຮຽກຮ້ອງໃຫ້ລັດຖະສະພາສະຫະລັດໃຫ້ການສະໜັບສະໜຸນຕໍ່ອຸສາຫະ
ກຳຜະລິດພະລັງງານທີ່ສະອາດຕ່າງໆ ເຊັ່ນພະລັງງານລົມແລະພະລັງງານແສງຕາເວັນເປັນ
ຕົ້ນ.
ໃນຄຳປາໄສຕອບ ປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Mitt
McConnel ຈາກລັດ Kentucky ໄດ້ໃຊ້ວັນຄົບຮອບປີທີສອງກ່ຽວກັບການປະຕິຮູບລະ
ບົບຮັກສາສຸຂະພາບຂອງທ່ານໂອບາມາໃນອາທິດໜ້ານີ້ ຕຳໜິຕິຕຽນກົດໝາຍດັ່ງກ່າວ.
ທ່ານເວົ້າວ່າ ພັກຂອງທ່ານມີການຕັດສິນໃຈຫຼາຍຂຶ້ນກວ່າແຕ່ກ່ອນ ທີ່ຈະຍົກເລີກໃນອັນທີ່
ທ່ານເອີ້ນວ່າ ກົດໝາຍຮັກສາສຸຂະພາບຂອງທ່ານໂອບາມາຫຼື Obamacare ໂດຍກ່າວ
ອ້າງວ່າ ມັນຂັດຕໍ່ກົດໝາຍລັດຖະທຳມະນູນແລະມີຄ່າໃຊ້ຈ່າຍສູງໂພດ.