ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ ຢຸດເຊົາເກື້ອກຸນ ບໍລິສັດນໍ້າມັນ (ເບິ່ງວີດີໂອ)


ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ທຳ​ການ​ຮຽກຮ້ອງ​ອີກ​ຄັ້ງ​ໃໝ່​ໃຫ້​ລັດຖະ
ສະພາ​ສະຫະລັດຍຸຕິ​ການ​ໃຊ້ເງິນພາສີ​ໃຫ້ການ​ອຸດໜຸນ​ເກື້ອກຸນ​ແກ່ບໍລິສັດ​ນໍ້າມັນ ຂະນະນໍ້າ
ມັນ​ຍັງ​ສືບ​ຕໍ່​ມີ​ລາຄາແພງ​ຂຶ້ນ.

ທ່ານ​ໂອ​ບາ​ມາ​ ກ່າວ​ໃນ​ລະຫວ່າງ​ການ​ກ່າວ​ຄຳ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ໃນວັນ​ເສົາ​ມື້ນີ້
ວ່າ ທ່ານ​ຫວັງ​ວ່າ​ ລັດຖະສະພາ​ຈະ​ລົງ​ຄະ​ແນນ​ສຽງພາຍ​ໃນ​ສອງ​ສາມອາທິດ​ຂ້າງ​ໜ້ານີ້ເພື່ອ
ຍຸຕິ​ການ​ໃຫ້​ເງິນ​ອຸດໜຸນ ໃນ​ມູນ​ຄ່າ 4 ພັນ​ລ້ານ​ໂດ​ລາ​ ແກ່ບັນດາ​ບໍລິສັດ​ນໍ້າມັນ​ທີ່​ໄດ້​ກຳ​ໄລ​
ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ​ເວົ້າວ່າ ລັດຖະສະພາ​ຄວນໃຫ້ການ​ສະໜັບສະໜຸນ​ແກ່ການ​ພັດທະ
ນາແຫຼ່ງພະລັງງານ​ທາງ​ເລືອກ ຮວມທັງ​ລົມ ພະລັງງານ​ຈາກ​ແສງຕາ​ເ​ວັນ​ແລະ​ເຊື້ອ​ໄຟ​ຊີ​ວະ
ພາບ.

ໃນ​ຄຳ​ປາ​ໄສ​ຕອບ ​ປະຈຳ​ສັບປະດາ​ ຂອງ​ພັກຣີພັບ​ບລີ​ກັນນັ້ນ ສະມາຊິກ​ສະພາຕໍ່າ Cory
Gardner ​ໄດ້​ຕຳ​ໜິຕິຕຽນ​ປະທາ​ນ​າທິບໍດີ​ໂອ​ບາ​ມາທີ່​ໄດ້​ໃຊ້ເງິນສ່ວນ​ນຶ່ງ​ຂອງແຜນການ​ກະ
ຕຸກ​ຊຸກຍູ້​ເສ​ດຖະກິດ​ມູນ​ຄ່າ 800 ພັນ​ລ້ານ​ຂອງ​ທ່ານ ໃຫ້ການ​ສະໜັບສະ​ໜຸນ​ແກ່​ບັນດາ​ບໍລິ
ສັດ​ພະລັງງານ​ທີ່​ໄດ້​ລົ້ມລະລາຍ. ທ່ານ Gardner ກ່າວ​ວ່າ ລາຄາ​ນໍ້າມັນ​ທີ່​ແພງ​ຂຶ້ນ​ແມ່ນ
ເປັນອາການ​ຂອງ​ນະ​ໂຍບາຍ​ກະຕຸກ​ຊຸກຍູ້​ເສດຖະກິດ​ ທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວຂອງ​ລັດ
ຖະບານ.

XS
SM
MD
LG