ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ເພີ່ມການໂຄສະນາຫາສຽງຂອງທ່ານ
ເພື່ອພະຍາຍາມສະແດງໃຫ້ປະຊາຊົນຊາວອາເມຣິກັນເຫັນວ່າໄດ້ມີຄວາມກ້າວໜ້າທາງດ້ານ
ເສດຖະກິດຍ້ອນຄວາມເຂັ້ມແຂງ ແລະຄວາມສະຫຼຽວສະຫຼາດຂອງພວກຄົນງານໃນສະຫະ
ລັດ.
ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາໃນວັນເສົາມື້ນີ້ ທ່ານໂອບາໄດ້ກ່າວຊົມເຊີຍ
ການເພີ່ມຂຶ້ນຂອງວຽກງານໃໝ່ ໃນເດືອນແລ້ວນີ້. ທ່ານໄດ້ກ່າວຄຳປາໄສຢູ່ທີ່ໂຮງງານການ
ຜະລິດແຫ່ງນຶ່ງ ບ່ອນທີ່ໄດ້ມີການວ່າຈ້າງຜູ້ຄົນເຂົ້າເຮັດວຽກເຮັດການ.
ປະທານາທິບໍດີໂອບາມາເວົ້າວ່າ ເທັກໂນໂລຈີໃໝ່ແມ່ນກະແຈສຳຄັນໃນການຫຼຸດຜ່ອນການ
ກາງຕໍ່ນໍ້າມັນຈາກຕ່າງປະເທດຂອງສະຫະລັດ. ທ່ານເວົ້າວ່າ ການຜະລິດນໍ້າມັນຂອງສະຫະ
ລັດແມ່ນຢູ່ໃນລະດັບທີ່ສູງທີ່ສຸດໃນຮອບ 8 ປີແລະການເຈາະນໍ້າມັນເພີ່ມຕື່ມຢູ່ໃນສະຫະລັດ
ບໍ່ແມ່ນການແກ້ໄຂຢ່າງໄວເພື່ອຍຸດຕິບັນຫາລາຄານໍ້າມັນທີ່ພວມແພງຂຶ້ນ.
ປະທານາທິບໍດີໂອບາມາເວົ້າວ່າແທນທີ່ຈະໃຫ້ພວກນັກການເມືອງຫັນເຫຄວາມສົນໃຈດ້ວຍ
ການໃຫ້ຄຳໝັ້ນສັນຍາ ກ່ຽວກັບນໍ້າມັນລາຄາຖືກ ສະຫະລັດຈຳເປັນຕ້ອງໄດ້ເພັ່ງເລັງໃສ່ພະ
ລັງງານທີ່ອາເມຣິກັນເຮັດຂຶ້ນເອງເຊັ່ນແສງຕາເວັນ ລົມ ແກັສທຳມະຊາດແລະເຊື້ອໄຟຊີວະ
ພາບ. ນອກນັ້ນທ່ານຍັງໄດ້ຕິຕຽນລັດຖະສະພາສະຫະລັດທີ່ຍັງໃຫ້ເງິນອຸດໜຸນ 4 ພັນລ້ານ
ໂດລາ ແກ່ບັນດາບໍລິສັດນໍ້າມັນທີ່ໄດ້ກຳໄລງາມນັ້ນ.
ໃນຄຳປາໄສຕອບ ຂອງພັກຣີພັບບລີກັນນັ້ນ ຜູ້ປົກຄອງລັດ Dakota ເໜືອ ທ່ານ Jack
Dalrymple ທີ່ມີຊາຍແດນຕິດກັບການາດານັ້ນໄດ້ຖິ້ມໂທດໃສ່ນະໂຍບາຍຂອງປະທານາທິ
ບໍດີໂອບາມາ ທີ່ເຮັດໃຫ້ມີການຊັກຊ້າໃນການຂະຫຍາຍໂຕຂອງວຽກເຮັດງານທຳແລະເຮັດ
ໃຫ້ຄ່າຄອງຊີບແພງຂຶ້ນ. ທ່ານ Dalrymple ເວົ້າວ່າ ການປະຕິເສດ ບໍ່ຍອມໃຫ້ການອະນຸ
ມັດຂອງທ່ານໂອບາມາ ຕໍ່ໂຄງການສ້າງທໍ່ນໍ້າມັນຂະໜາດໃຫຍ່ ພາໃຫ້ມີການສູນເສຍວຽກ
ເຮັດງານທຳແລະເຮັດໃຫ້ການຜະລິດແຫຼ່ງເຊື້ອໄຟຫຼຸດຕໍ່າລົງຊຶ່ງອາດພາໃຫ້ລາຄານໍ້າມັນຖືກ
ລົງນັ້ນ.