ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຄວາມລົ້ມແຫຼວຂອງລັດຖະສະພາ
ສະຫະລັດ ທີ່ບໍ່ສາມາດດຳເນີນການກ່ຽວກັບຮ່າງກົດໝາຍສ້າງວຽກເຮັດງານທຳຂອງທ່ານ
ໄດ້ຂັດຂວາງບໍ່ໃຫ້ມີການຈ້າງພວກນາຍຄູ.
ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ທ່ານໂອບາມາເວົ້າ
ວ່າໃນໄລຍະສາມປີຜ່ານມານີ້ມີພວກນາຍຄູ 250,000 ຄົນໄດ້ສູນເສຍວຽກການເຮັດ. ທ່ານ
ເວົ້າວ່າການໃຫ້ການອະນຸມັດຕໍ່ຮ່າງກົດໝາຍສ້າງວຽກເຮັດງານທຳຂອງທ່ານຈະຊ່ອຍໃຫ້ລັດ
ຕ່າງໆ ຈ້າງພວກນາຍຄູເຫຼົ່ານີ້ຄືນໃໝ່ແລະປ້ອງກັນບໍ່ໃຫ້ມີການປົດພວກນາຍຄູອອກຕື່ມຂະ
ນະທີ່ງົບປະມານໄດ້ມີການໃຊ້ເງິນແບບປະຢັດຫຼາຍຂຶ້ນ.
ປະທານາທິບໍດີໂອບາມາເວົ້າວ່າ ການຈ້າງພວກນາຍຄູ ໃຫ້ກັບຄືນເຂົ້າໄປສອນໃໝ່ແມ່ນນຶ່ງ
ໃນຫຼາຍໆບາດກ້າວ ທີ່ຈະຊ່ອຍເຮັດໃຫ້ເສດຖະກິດເຕີບໃຫຍ່ຂະຫຍາຍໂຕ.
ໃນຄຳປາໄສຕອບ ປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Erik
Paulsen ຈາກລັດມິນເນໂຊຕ້າກ່າວວ່າ ນະໂຍບາຍຂອງປະທານາທິບໍດີໂອບາມາເຮັດໃຫ້
ເສດຖະກິດເຕີບໃຫຍ່ຂະຫຍາຍໂຕບໍ່ໄດ້.
ທ່ານ Paulsen ເວົ້າວ່າ ກົດໝາຍວ່າດ້ວຍການຮັກສາສຸຂະພາບ ຂອງປະທານາທິບໍດີໄດ້
ທຳລາຍໂອກາດ ທີ່ຈະເຮັດໃຫ້ເສດຖະກິດເຕີບໂຕໄດ້ ໂດຍສະເພາະແລ້ວໃນໝູ່ທຸລະກິດຂະ
ໜາດນ້ອຍ.
ທ່ານກ່າວວ່າ ກົດໝາຍວ່າດ້ວຍການຮັກສາສຸຂະພາບ ມີແຕ່ພຽງຂັບດັນໃຫ້ຄ່າຮັກສາພະ
ຍາບານແພງຂຶ້ນເທົ່ານັ້ນ.