ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ເວົ້າເຖິງໄຟປ່າ ໃນຄຳປາໄສ ປະຈຳສັບປະດາ (ວີດີໂອ)


ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ການ​ດຳ​ເນີນ​ຄວາມພະຍາຍາມ
​ເພື່ອ​ຄວບ​ຄຸມ​ໄຟ​ປ່າ​ໃນ​ເຂດ​ໜ້າຜາ Waldo Canyon ຢູ່​ລັດ​ໂຄ​ໂລຣາ​ໂດນັ້ນໄດ້​ຍັງ​ຜົນ​ໃຫ້
​ມີ​ການ​ປະສານ​ງານ​ກັນ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ລະຫວ່າງ ພວກ​ເຈົ້າໜ້າ​ທີ່​ລັດຖະບານ​ກາງ
​ເຈົ້າໜ້າ​ທີ່​ລັດ ​ແລະ​ປະຊາ​ຄົມ​ໃນ​ເຂດ​ທ້ອງ​ຖິ່ນ.

ປະທານາ​ທິບໍດີ​ໂອ​ບາ​ມາ​ກ່າວ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ເສົາມື້ນີ້ວ່າທ່ານ
​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ທຸກໆ​ຊັບ​ພະ​ກອນຂອງ​ລັດຖະບານ​ກາງ
​ທີ່​ມີ​ຢູ່ ​ແມ່ນ​ຈະຖືກ​ນຳ​ມາ​ໃຊ້​ໃນ​ການ​ດັບ​ໄຟ​ປ່ານີ້.

ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ກ່າວ​ຂອບ​ອົກ​ຂອບ​ໃຈ​ພວກ​ດັບ​ໄຟ ກ່ຽວ​ກັບ​ຄວາມກ້າຫານ
​ແລະ​ຄວາມ​ມີ​ລະບຽບ​ຂອງ​ພວກ​ເຂົາ​ເຈົ້າ.

​ໃນ​ຄຳ​ປາ​ໄສ​ຕອບ​ ຂອງ​ພັກຣີພັບ​ບລີ​ກັນ ​ປະຈຳ​ສັບປະດາ​ນັ້ນ ສະມາຊິກ​ສະພາ​ສູງ John
Barrasso ຈາກ​ລັດ Wyoming ກ່າວ​ວ່າ ​ແຜນ​ປະກັນ​ໄພ​ສຸຂະພາບ​ຂອງ​ປະທານາທິບໍດີ​
ໂອ​ບາ​ມາ ຈະ​ບໍ່​ເຮັດ​ໃຫ້​ຄ່າ​ປິ່ນປົວ​ພະຍາບານ​ໃນ​ສະຫະລັດ ຖືກ​ລົງ​ແຕ່​ປະການ​ໃດ.

ສະມາຊິກ​ສະພາ​ສູງ Barrasso ທີ່​ເປັນ​ທ່ານໝໍ​ນັ້ນ ກ່າວ​ໃນ​ວັນ​ເສົາ​ມື້ນີ້ວ່າ ກົດໝາຍ​ປະ
ກັນ​ໄພ​ສຸຂະພາບ​ໃໝ່ ກໍ​ເທົ່າ​ກັບ​ເປັນ​ການ​ເກັບ​ພາສີ​ໃໝ່ ຊຶ່ງ​ຈະ​ຊຸກຍູ້​ໃຫ້ພະ​ແນ​ກ​ເກັບ​ພາ
ສີ​ຂອງ​ສະຫະລັດ​ຈ້າງ​ເຈົ້າໜ້າ​ທີ່​ຕື່ມ​ອີກ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າຊາວ​ອາ​ເມຣິ​ກັນ​ໄດ້​ພາກັນ
​ຊື້ປະກັນ​ໄພ​ສຸຂະພາບ. ທ່ານ​ເວົ້າວ່າ ກົດໝາຍ​ໃໝ່​ສະບັບນີ້ບໍ່​ໄດ້ແກ້​ໄຂ​ບັນຫາ​ການ​ຂາດ
​ແຄນ​ນາງພະຍາບານ​ແລະ​ທ່ານໝໍ​ແຕ່​ປະການໃດເລີຍ.

XS
SM
MD
LG