ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຮຽກຮ້ອງ ໃຫ້ທຸລະກິດຕ່າງໆ ຈ້າງນັກລົບເກົ່າ (ວີດີໂອ)


ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ພວມ​ທຳ​ການ​ຮຽກຮ້​ອງ​ເພີ່ມຂຶ້ນ​ໃຫ້​ທຸ
ລະ​ກິດ​ຕ່າງໆ ຈ້າງ​ພວກ​ນັກ​ລົບ​ເກົ່າ​ຈຳນວນ​ຫຼາຍກວ່າ 100,000 ຄົນ ​ແລະ​ພັນ​ລະ​ຍາ​ຫຼື
ສາມີ​ຂອງ​ພວກ​ເຂົາ​ເຈົ້າ ພາຍ​ໃນ​ທ້າຍ​ປີໜ້າ​ນີ້.

​ທ່ານ​ໂອ​ບາ​ມາໄດ້​ກ່າວຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາ​ມື້ນີ້ ຈາກ​ໂຮງງານ
​ແຫ່ງ​ນຶ່ງ​ໃນ​ລັດ​ມິນ​ເນ​ໂຊ​ຕ້າ ທາງ​ພາກ​ເໜືອ​ຂອງ​ສະຫະລັດ ຊຶ່ງ​ທ່ານ​ໄດ້​ເວົ້າ​ເຖິງ​ຂໍ້​ສະ​ເໜີ​
ຂອງ​ທ່ານທີ່​ຈະ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ວ່າ​ຈ້າງ​ພວກ ນັກ​ລົບ​ເກົ່າ.

ທ່ານໂອ​ບາ​ມາ​ເວົ້າວ່າ ລັດຖະສະພາ​ສະຫະລັດ​ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຜ່ານພາກ​ສ່ວນ​ຕ່າງໆ​
ກ່ຽວ​ກັບຮ່າງ​ກົດໝາຍ ສ້າງ​ວຽກ​ເຮັດ​ງານ​ທຳ​ຂອງ​ທ່ານ ທີ່​ຈະ​ຈ້າງພວກ​ນັກ​ລົບ​ເກົ່າແລະ​
ພວກ​ພະນັກງານ​ໃຫ້​ບໍລິການ​ສັງຄົມ​ກັບ​ຄືນ​ເຂົ້າ​ໄປ​ເຮັດ​ວຽກຄືນ​ອີກ.

ທ່ານ​ເວົ້າວ່າ ມັນ​ບໍ່​ແມ່ນ​ເວລາ​ທີ່​ລັດຖະສະພາ​ສະຫະລັດ ຈະ​ນັ່ງ​ຊື່ໆ​ບໍ່​ເຮັດ​ຫຍັງ​ເລີຍ ​ແລະ​
ຫຼິ້ນການ​ເມືອງ​ກັບ​ພວກ​ຜູ້​ຄົນ ​ທີ່​ພວມ​ດີ້ນຮົນ​ເພື່ອ​ຄວາມ​ຢູ່​ລອດ. ປະທາ​ນາ​ທິບໍດີ​ໂອ​ບາ​
ມາ​ກ່າວ​ວ່າ ລັດຖະສະພາ​ ຄວນ​ຍຸຕິ​ການ​ໃຫ້ບຳ​ເນັດ​ລາງວັນ ດ້ວຍ​ການຫຼຸດພາ​ສີ ​ໃຫ້ແກ່
ບັນດາບໍລິສັດ​ທີ່​ສົ່ງ​ວຽກ​ການ​ເຮັດ​ໄປ​ຕ່າງປະ​ເທດ​.

​ໃນ​ຄຳ​ປາ​ໄສ​ຕອບ ປະຈຳ​ສັບປະດາ ຂອງ​ພັກຣີພັບ​ບລີ​ກັນ ສະມາຊິກ​ສະພາ​ສູງ John
Cornyn ຈາກ​ລັດ​ເທັກ​ຊັສ ​ໄດ້​ຖິ້ມ​ໂທດ​ໃສ່​ປະທານາທິບໍດີ​ໂອ​ບາ​ມາ​ ແລະພວກ​ຜູ້ນຳ​ພາ
​ໃນ​ພັກ​ຂອງ​ທ່ານທີ່​ບໍ່​ໄດ້​ເອົາ​ບາດກ້າວ​ເພື່ອ​ຫຼີກລ່ຽງການ​ຂຶ້ນພາສີໃຫ້​ແກ່​ພວກ​ຄົນ​ງານ
​ຊາວ​ອາ​ເມຣິກັນ ​ໃນ​ວັນ​ທີ 1 ມັງກອນ ​ແລ້ວນີ້. ສະມາຊິກ​ສະພາ​ສູງ Cornyn ​ເວົ້າວ່າ
ການ​ຂຶ້ນພາສີ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການຟື້ນ ​ໂຕ​ຄືນ​ຂອງ​ເສດຖະກິດ​ຍ້ອນ​ວ່າ​
ພວກ​ນາຍ​ຈ້າງ​ຈະ​ມີ​ຄວາມ​ລັງ​ເລ​ໃຈ​ໃນ​ການ​ທີ່​ຈະຈ້າງ​ພວກ​ຄົນ​ງານ​ໃໝ່​ແລະ​ບັນດາ​ຄອບ
ຄົວຊາວ​ອາ​ເມຣິກັນ​ຈະ​ມີ​ລາຍ​ໄດ້​ໜ້ອຍ​ລົງ​ສຳລັບ​ໃຊ້​ຈ່າຍ.

XS
SM
MD
LG