ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ຂໍໃຫ້ສະພາ ຮັບຜ່ານ ຮ່າງກົດໝາຍ ກ່ຽວກັບວຽກງານ (ວີດີໂອ)


ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ຫາ​ລັດຖະສະພາ​ສະຫະລັດ​ວ່າບໍ່​ໄດ້​
ດຳ​ເນີນ​ບາດກ້າວ​ເພື່ອ​ໃຫ້​ຊາວ​ອາ​ເມຣິກັນ​ໃນ​ຈຳນວນ​ເພີ່ມ​ຂຶ້ນມີ​ວຽກ​ເຮັດ​ງານ​ທຳ​ຄືນ​ອີກ.

​ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ໃນ​ວັນ​ເສົາ​ມື້ນີ້ ທ່ານ​ໂອບ​າມາ​ເວົ້າວ່າ ສະ
ມາຊິກ​ຂອງ​ພັກຣີພັບ​ບລີ​ກັນ​ຢູ່​ໃນ​ລັດຖະສະພາ​ສະຫະລັດບໍ່​ໄດ້​ດຳເນີນ​ການ​ຫຍັງ​ເລີຍ​ເພື່ອ
​ຊຸກຍູ້​ໃຫ້​ມີ​ການ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສ້າງ​ວຽກ​ເຮັດງານ​ທຳ​ຂອງ​ທ່ານ. ປະທານາທິບໍ
ດີ​ໂອ​ບາ​ມາ​ກ່າວວ່າການ​ຮັບ​ຜ່ານ​ຮ່າງ​ກົດໝາຍດັ່ງກ່າວ​ຈະ​ຊ່ອຍ​ໃຫ້​ລັດ​ຕ່າງໆ​ສາມາດ​ຈ້າງ
​ພວກ​ນາຍຄູ​ ແລະ ​ພະນັກງານ​ຮັກສາຄວາມ​ປອດ​ໄພ​ສາທາລະນະ​ຕ່າງໆ ທີ່​ຖືກ​ປົດ​ອອກ​
ຈາກ​ໜ້າ​ທີ່ ໃນ​ລະຫວ່າງ​ທີ່​ເກີດວິ​ກິດ​ການ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ນັ້ນ ​ເຂົ້າຮັບ​ໜ້າ​ທີ່​
ຄືນ​ອີກ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ມັນ​ເປັນ​ສິ່ງ​ທີ່​ໃຫ້​ອະ​ໄພ​ບໍ່​ໄດ້​ສຳ​ຫຼັບສະມາຊິກ​ລັດຖະສະພາ​ທີ່​ບໍ່​ໄດ້
​ດຳ​ເນີນ​ການ​ ກ່ຽວ​ກັບ​ມາດ​ຕະການ​ເພື່​ອສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ບັນດາຄອບຄົວ​ທີ່​ພວມ
​ດີ້ນຮົນ​ຕໍ່ສູ້ຈົນ​ເທົ່າເຖິງການ​ເລືອກ​ຕັ້ງ​ໃນ​ເດືອນ​ພະຈິກທ້າຍ​ປີນີ້.

​ໃນ​ຄຳ​ປາ​ໄສ​ຕອບ​ປະຈຳ​ສັບປະດາ​ຂອງ​ພັກຣີພັບ​ບລີ​ກັນນັ້ນຜູ້​ປົກຄອງ​ລັດ​ວິສຄັນຊິນ​ທ່ານ
Scott Walker ​ໄດ້​ກ່າວ​ຫາ​ລັດຖະບານ​ທ່ານ​ໂອ​ບາ​ມາ​ວ່າຊຸກຍູ້ໂຄງການ​ທີ່ເພີ່ມ​ຂະໜາດ​
ແລະ​ໜີ້ສິນ​ຂອງ​ລັດຖະບານ. ທ່ານ Walker ​ເວົ້າວ່າຈຸດ​ເພັ່ງ​ເລັງຂອງຜູ້ນຳ​ສະຫະລັດຄວນ​
ຈະ​ເປັນ​ການ​ວ່າ​ຈ້າງ​ຜູ້​ຄົນ​ໃຫ້​ມີ​ວຽກ​ການ​ເຮັດຄືນ​ອີກ. ທ່ານ​ເວົ້າວ່າ ພວກ​ຜູ້​ເສຍ​ພາສີແລະ
​ບໍ່​ແມ່ນ​ພວກ​ທີ່​ມີ​ຜົນ​ປະ​ໂຫຍ​ດພິ​ເສດຄວນ​ຈະ​ເປັນ​ຜູ້​ຮັບ​ຜິດຊອບ​ກ່ຽວ​ກັບ​ລັດຖະບານ​ໃນ
​ກຸງ​ວໍ​ຊິງ​ຕັນ.

XS
SM
MD
LG