ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຂໍໃຫ້ສະພາ ເພີ່ມການຊ່ອຍເຫຼືອ ຊາວອາເມຣິກັນ (ວີດີໂອ)


ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ​ ກ່າວ​ວ່າ ທ່ານ​ໄດ້​ເຊັນ​ຮ່າງກົດໝາຍ​ສະບັບ
​ນຶ່ງທີ່​ຈະ​ເຮັດ​ໃຫ້​ພວກ​ຄົນ​ງານ​ກໍ່ສ້າງມີ​ວຽກ​ການ​ເຮັດ​ຕໍ່​ໄປ​ໃນການ​ບູລະນະ​ສ້າງສາ​ໂຄງ​ລ່າງ​
ພື້ນຖານ​ຂອງ​ປະ​ເທດທີ່​ພວມ​ເພພັງ​ໄປ​ນັ້ນ. ທ່ານເວົ້າວ່າ ຮ່າງ​ກົດໝາຍ​ສະບັບ​ນີ້ຍັງ​ຈະ​ຍຸຕິ​ບໍ່​
ໃຫ້​ອັດຕາ​ດອກ​ເບ້ຍ​ໃນ​ການ​ກູ້​ຢືມ​ເງິນຈາກ​ລັດຖະບານ​ກາງຂອງ​ພວກ​ນັກ​ສຶກສາຫຼາຍກວ່າ
7 ລ້ານ​ຄົນ​ເພີ່ມ​ຂຶ້ນ​ເປັນສອງ​ເທົ່າ.

​ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາ​ມື້ນີ້ ທ່ານ​ໂອ​ບາ​ມາ​
ເວົ້າວ່າ ຮ່າງ​ກົດໝາຍ​ທີ່​ທ່ານ​ໄດ້​ລົງ​ນາມ​ໄປ​ໃນ​ມື້ວັນ​ສຸກ​ ຈະ​ເຮັດ​ໃຫ້​ມີຄວາມ​ແຕກ​ຕ່າງ​ຢ່າງ
ແທ້​ຈິງ ຕໍ່ຊີວິດ​ຂອງ​ຊາວ​ອາ​ເມຣິກັນຫຼາຍລ້ານ​ຄົນ. ປະທານາ​ທິບໍດີ​ໂອ​ບາ​ມາ​ເວົ້າວ່າ ​ແນວ
​ໃດ​ກໍຕາ​ມ ພວກ​ເຮົາ​ຍັງ​ມີຫຼາຍສິ່ງ​ຫຼາຍຢ່າງ​ທີ່ຈະ​ຕ້ອງ​ໄດ້ກະທຳ​ຕື່ມ​ອີກ.

ທ່ານ​ເວົ້າວ່າ ທ່ານ​ໄດ້​ຮຽກຮ້ອງ​ຕໍ່​ລັດຖະສະພາ​ສະຫະລັດ​ ມາ​ໄດ້​ຫຼາຍ​ເດືອນ​ແລ້ວ ​ໃຫ້​ນຳ
​ເອົາ​ເງິນ​ເຄິ່ງນຶ່ງ ​ຂອງຈຳນວນ​ທີ່​ບໍ່​ຕ້ອງການ​ໃຊ້​ອີກ​ຕໍ່​ໄປ​ໃນ​ການ​ເຮັດ​ສົງຄາມ​ນັ້ນ ມາ​ພັດ
ທະນາ​ສ້າງສາ​ປະ​ເທດ​ຢູ່​ໃນສະຫະລັດ. ທ່ານ​ກ່າວ​ວ່າ ມີ​ພວກຄົນ​ງານ​ກໍ່ສ້າງ​ຫຼາຍຮ້ອຍ​ພັນ​
ຄົນ ພ້ອມ​ແລ້ວ​ທີ່​ຈະ​ໄປ​ເຮັດ​ວຽກ ​ເພື່ອ​ສ້າງ​ຖະໜົນຫົນທາງ ຂົວ ​ແລະ​ຕາໜ່າງ​ໄຮ້​ສາຍ.

ປະທານາທິບໍດີ​ໂອ​ບາ​ມາ​ເວົ້າວ່າ ນອກ​ນັ້ນທ່ານ​ຍັງ​ຮຽກຮ້ອງ​ໃຫ້​ສະພາ​ຂະຫຍາ​ຍການ​ໃຫ້
​ຄວາມ​ຊ່ອຍ​ເຫຼືອທາງ​ດ້ານ​ການ​ເງິນ ​ແກ່​ພວກ​ນັກ​ສຶກສາ ເພື່ອ​ໃຫ້​ໂອກາດ​ແກ່​ຊາວ​ອາ​ເມຣິ
ກັນ 2 ລ້ານ​ຄົນ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ສາມາດໃໝ່ໆ ທີ່​ທຸລະກິດ​ຕ່າງໆ​ຕ້ອງການ​ຈ້າງ
​ໃນ​ເວລານີ້.

ທ່ານ​ເວົ້າວ່າ ການ​ສຶກສາຂັ້ນສູງ ​ໃນ​ສະຫະລັດ ບໍ່​ຄວນ​ຈະ​ເປັນ​ສິ່ງ​ຟູມ​ເຟືອຍ​ ທີ່ສະຫງວນ​
ໄວ້​ສຳ​ຫຼັບພວກ​ຊົນ​ຊັ້ນພິ​ເສດ​ ຈຳນວນ​ນ້ອຍ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ການ​ສຶກສາ​ຂັ້ນສູງ
​ແມ່ນ​ຄວາມ​ຈຳ​ເປັນ​ທາງ​ດ້ານ​ເສດຖະກິດທີ່​ທຸກໆ​ຄອບຄົວອາ​ເມຣິກັນ​ຄວນ​ຈະ​ສາມາດ​ຫາ
ມາ​ໄດ້.

ໃນຄຳ​ປາ​ໄສ​ຕອບ​ຂອງ​ພັກຣີພັບ​ບລີ​ກັນ ​ໃນ​ວັນ​ເສົາ​ມື້ນີ້ ​ແມ່ນ​ໄດ້​ແນ​ໃສ່​ກົດໝາຍຮັກສາ​
ສຸຂະພາບ​ຂອງ​ລັດຖະບານ​ປະທານາທິບໍດີ​ໂອ​ບາ​ມາ ທີ່ໄດ້​ມີ​ການ​ຕັດສິນ​ເຫັນ​ພ້ອມ​ໂດຍ
ສານ​ສູງ​ສຸດ​ຂອງ​ສະຫະລັດ​ໃນ​ສັບປະດາ​ແລ້ວ. ສະມາຊິກ​ສະພາຕໍ່າ Ann Marie Buer-
kle ຈາກ​ນິວຢອກໂດຍ​ອ້າງ​ເຖິງ​ແຜນການ​ຮັກສາ​ສຸຂະ​ພາບ​ຂອງ​ປະທານາທິບໍດີກ່າວ​ວ່າ
ນະ​ໂຍບາຍ​ຂອງ​ປະທານາທິບໍດີ​ໂອ​ບາມາ ​ແມ່ນ​ເຮັດ​ໃຫ້​ສະພາບ​ການ​ຢູ່ໃນ​ສະຫະລັດຊຸດ​
ໂຊມ​ລົງ​ຕື່ມ.

ທ່ານ​ນາງ​ເວົ້າວ່າ ການ​ຕັດສິນ​ຂອງ​ສານ​ສູງ​ສຸດ ​ແມ່ນ​ໄດ້​ເພີ່ມ​ຄວາມ​ຮີບ​ຮ້ອນ​ໃນການ​ທີ່​
ຈະ​ຍົກ​ເລີກ​ກົດໝາຍ​ຮັກສາ​ສຸຂະພາບ ​ທີ່​ເອີ້ນກັນ​ໂດ​ຍທົ່ວ​ໄປ​ວ່າ Obamacare ນັ້ນ.

XS
SM
MD
LG