ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຂໍໃຫ້ສະພາ ຕໍ່ອາຍຸ ການຕັດພາສີ ພວກຄົນຊັ້ນກາງ (ວີດີໂອ)


ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ລັດຖະສະພາສະຫະລັດ​ຕໍ່ອາ
ຍຸ​ການ​ຕັດ​ພາສີອີກ​ນຶ່ງ​ປີ​ໃຫ້​ແກ່​ຊາວ​ອາ​ເມຣິກັນ 98% ທີ່​ມີ​ລາຍ​ໄດ້​ບໍ່ຮອດ 250,000 ​ໂດ​ລາ​
ຕໍ່​ປີນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ເສົາມື້ນີ້ວ່າ ການ
​ຂຶ້ນພາສີ​ຊຶ່ງ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 1 ມັງກອນນີ້ ຈະ​ເປັນ​ການສູນເສຍລາຍໄດ້ຢ່າງໃຫຍ່ ສຳຫຼັບຄອບຄົວຊົນຊັ້ນກາງ.

ປະທານາທິບໍດີໂອບາເວົ້າວ່າ ພາຍໃຕ້ແຜນການຂອງທ່ານນັ້ນຊາວອາເມຣິກັນທີ່ຍັງເຫຼືອອີກ
2% ຈະຕ້ອງໄດ້ຈ່າຍພາສີ ຕື່ມຂຶ້ນອີກໜ້ອຍນຶ່ງ ​ໃນ​ລາຍ​ໄດ້​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ກາຍ 250,000
​ໂດ​ລາ. ທ່ານ​ເວົ້າວ່າຊາວ​ອາ​ເມຣິກັນ​ທີ່​ຮັ່ງມີ​ໃນ​ຈຳນວນບໍ່ຫຼາຍຈະ​ກັບ​ຄືນ​ໄປ​ເສຍ​ພາສີ​ໃນ​ອັດ
ຕາ​ທີ່​ພວກ​ເຂົາ​ເຈົ້າ​ເຄີຍ​ເສຍ​ມາ​ແລ້ວ​ໃ​ນສະ​ໄໝລັດຖະບານ​ປະທານາທິບໍດີ Bill Clilnton ຊຶ່ງ
​ທ່ານ​ໂອ​ບາ​ມາ​ເວົ້າວ່າ ມັນ​ເປັນ​ຊ່ວງ​ເວລາ​ ທີ່​ເສ​ດຖະກິດ​ສະຫະລັດ ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ
ໃໝ່ເກືອບ 23 ລ້ານໜ້າ​ວຽກແລະງົບປະມານ​ມີ​ເງິນ​ເຫຼືອຈ່າຍຫຼາຍທີ່​ສຸດ​ໃນ​ປະຫວັດສາດ.

​ໃນ​ຄຳ​ປາ​ໄສ​ຕອບ​ຂອງ​ພັກຣີພັບ​ບລີ​ກັນນັ້ນ ສະມາຊິກ​ສະພາ​ສູງ Rob Portman ຈາກ​ລັດ
Ohio ກ່າວ​ວ່າ​ແຜນການ​ເກັບ​ພາສີ​ເພີ່ມ​ຂຶ້ນຂອງ​ປະ​ທາ​ນາ​ທິບໍດີ​ຕໍ່ພວກ​ທີ່​ສ້າງ​ວຽກ​ເຮັດ​ງານ
​ທຳ​ໃນ​ລະຫວ່າງ​ທີ່​ຍັງ​ມີ​ການ​ຂາດ​ແຄນ​ວຽກ​ການນັ້ນ ​ແມ່ນ​ມີ​ຄວາມ​ໝາຍ ຄ້າຍ​ຄື​ກັນ​ກັບຕັດ​
ການ​ສົ່ງ​ນໍ້າ​ໄປ​ໃຫ້​ໃນ​ລະຫວ່າງ​ທີ່​ເກີດຄວາມ​ແຫ້ງ​ແລ້ງ. ທ່ານ​ Portman ​ເວົ້າວ່າ ອັດຕາ​ຄົນ
​ຫວ່າງ​ງານ​ແມ່ນ​ຢູ່​ໃນ ລະດັບ​ກາຍ 8% ​ເປັນ​ເວລາ​ດົນ​ນານ​ທີ່​ສຸດ ນັບ​ຕັ້ງ​ແຕ່​ໄດ້​ເກີດ​ສະພາບ
​ເສດຖະກິດ​ຕົກຕໍ່າຄັ້ງໃຫຍ່.

ສະມາຊິກ​ສະພາສູງ Portman ກ່າ​ວວ່າ ທ່ານ​ໂອ​ບາ​ມາ​ບໍ່​ໄດ້​ເພັ່ງ​ເລັງ​ໃສ່​ການສ້າງ​ວຽກ​ເຮັດ​
ງານ​ທຳ ​ແລະ​ກະຕຸກ​ຊຸກຍູ້​ໃຫ້​ເສດຖະກິດ​ຟື້ນ​ໂຕ​ຄືນ ​ແຕ່​ກັບແນ​ໃສ່​ເພື່ອ​ເຮັດ​ໃຫ້​ລັດຖະບານ
​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ແລະ​ເຮັດ​ໃຫ້​ສະຫະລັດ​ກ້າວ​ໄປສູ່​ການມີ​ພາບພົດ​ຂອງ​ບັນດາ​ປະ​ເທດ​
ທີ່​ມີໜີ້ສິນ​ໜັກ​ໃນ​ຢູ​ໂຣບ.

XS
SM
MD
LG