ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ໂອບາມາ ຮຽກຮ້ອງໃຫ້ສະພາ ຍຸຕິສະພາບການບໍ່ໄປບໍ່ມາ (ເບິ່ງວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (28 ມັງກອນ 2012)
ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (28 ມັງກອນ 2012)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ລັດຖະ
ສະພາ​ຍຸຕິ​ສະພາບ​ການ​ບໍ່​ໄປ​ບໍ່​ມາ​ ແລະ​ຮັບ​ຜ່ານ​ລະບຽບ​ການທີ່​ຈະ​ກຳຈັດ​ອິດ​ທິພົນ​ຂອງ
ເງິນ​ຢູ່​ໃນ​ການ​ເມືອງ​ຂອງ​ສະຫະລັດ.

ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາ​ມື້ນີ້ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ໄດ້​
ຕົກ​ເປັນ​ເປົ້າ​ໃນ​ການ​ໃນ​ການ​ໃຊ້​ວິທີ​ຂັດຂວາງ​ໂດຍ​ສະມາຊິກ​ລັດຖະສະພາ ກ່ຽວ​ກັບ​ການ
ແຕ່ງຕັ້ງຜູ້​ພິພາກສາ​ ແລະ​ຂ້າ​ລັດຖະການ​ພົນລະ​ເຮືອນ​ເຂົ້າກຳຕຳ​ແໜ່​ງຕ່າງໆ. ທ່ານ​ເວົ້າ
ວ່າ ປະຊາຊົນ​ອະ​ເມຣິກັນ​ສົມຄວນ​ຈະ​ໄດ້​ຮັບ ​ໃນ​ສິ່ງ​ທີ່ດີ​ໄປ​ກວ່າ ສະພາບ​ການ​ບໍ່​ໄປ​ບໍ່​ມາ​
ແລະ​ເກ​ມການ​ເມືອງ​ ແລະ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້ລັດຖະສະພາ​ສະຫະລັດຮັບ​ຜ່ານ​ລະບຽບ
ການ​ທີ່​ມອບ​ໝາຍ​ໃຫ້​ມີ​ການ​ລົງ​ຄະ​ແນນກ່ຽວ​ກັບ​ຜູ້ທີ່​ຖືກ​ແຕ່ງຕັ້ງທຸກໆ​ທ່ານພາຍ​ໃນ​ເວລາ
90 ມື້.

ນອກ​ນັ້ນທ່ານ​ໂອ​ບາ​ມາ ຍັງໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ອອກ​ກົດໝາຍ ຫ້າມ​ບໍ່​ໃຫ້ພວກເຈົ້າ
ໜ້າ​ທີ່​ໄດ້​ຮັບ​ເລືອກ ​ຊື້ຮຸ້ນ​ໃນ​ອຸສາ​ຫະກຳ​ທີ່​ພວກ​ທ່ານ​ຮັບຜິດຊອບ. ທ່ານ​ເວົ້າວ່າ ນອກ
ນັ້ນກົດໝາຍ​ດັ່ງກ່າວ​ ຍັງ​ຈະ​ຕ້ອງ​ຫ້າມ​ບໍ່​ໃຫ້​ພວກ​ທີ່ໃຫ້​ເງິນ​ສະໜັບສະໜຸນ ​ໃນ​ການ​ໂຄ
ສະນາ​ຫາ​ສຽງສະມາຊິກ​ສະພາຈາກ​ການ​ວິ່ງ​ເຕັ້ນ​ ໃຫ້​ສະມາຊິກສະພາ​ອອກ​ກົດໝາ​ຍ​ໃດ
ນຶ່ງ.

ຄຳປາໄສປະຈຳສັບປະດາ ຂອງປະທານາທິບໍດີ ໂອບາມາ

ປະທານາທິບໍດີໂອ​ບາ​ມາກ່າວ​ວ່າ ມັນ​ເຖິງ​ເວລາ​ແລ້ວ​ທີ່​ພວກ​ຜູ້ນຳ​ໃນ​ວໍ​ຊິງ​ຕັນ​ຈະ​ເລີ່​ມ​ແກ້​ໄຂ
ບັນຫາ​ຕ່າງໆ​ທີ່​ມີ​ຄວາມ​ສຳຄັນ​ເຊັ່ນ​ການ​ປັບປຸງ​ດ້ານ​ເສດຖະກິດ.

ໃນ​ຄຳ​ປາ​ໄສ​ຕອບ​ຂອງ​ພັກຣີພັບ​ບລີ​ກັນນັ້ນ ສະມາຊິກ​ສະພາ​ສູງ Marco Ru-bio ຈາກ​ລັດ
ຟລໍຣິດາ​ກ່າວ​ວ່າມີ​ຄວາມ​ຫຼຸດ​ໂຕນ​ຫຼາຍຂຶ້ນລະຫວ່າງ​ພວກ​ຄົນ​ຮັ່ງ​ແລະ​ພວກ​ຄົນ​ທຸກ​ແລະ​ທ່ານ​
ໄດ້ຖິ້ມໂທດ​ກ່ຽວ​ກັບ​ເລື່ອງ​ນີ້ ​ໃສ່​ປະທານາທິບໍດີ​ສະຫະລັດ.

ທ່ານ​ເວົ້າວ່າ ປະທານາທິບໍດີ​ໂອ​ບາ​ມາ ​ແມ່ນ​ດຳ​ເນີນ​ນະ​ໂຍບາຍ​ການ​ເມືອງ​ແບບ ​ແບ່ງ​ແຍກ
ໂດຍມີ​ເນື້ອ​ໄນ​ວ່າມີ​ຊ່ອງ​ທາງ​ດຽວ​ທໍ່​ນັ້ນສຳລັບ​ຜູ້​ຄົນ​ທີ່​ຈະ​ປີນຂັ້ນ​ໃດ​ເສດຖະກິດ​ຂຶ້ນ​ໄປ​ໄດ້ນັ້ນ
ກໍ​ຄື​ຕ້ອງໄດ້​ດຶງ​ຜູ້​ອື່ນ​ລົງ. ທ່ານ​ເວົ້າວ່າຊ່ອງ​ທາງ​ທີ່​ດີທີ່​ສຸດ​ທີ່​ຈະ​ປັບປຸງ​ເສດຖະກິດກໍ​ຄື​ອ້າ​ແຂນ​
ຮັບ​ເອົາລະບົບວິ​ສາ​ຫະກິດ​ເສລີ​ຂອງອະ​ເມຣິກັນ.

ຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນ

XS
SM
MD
LG