ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາຮຽກຮ້ອງໃຫ້ລັດຖະສະພາແລະປະເທດຊາດ
ໃຫ້ການສະໜັບສະໜຸນຕໍ່ແຜນການລິເລີ່ມຂອງທ່ານຊຶ່ງຈະເສີມຂະຫຍາຍການທ່ອງທ່ຽວທີ່
ທ່ານເວົ້າວ່າຈະສ້າງວຽກເຮັດງານທຳນັ້ນ.
ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ທ່ານໂອບາມາເວົ້າ
ວ່າທ່ານຕ້ອງການຢາກຈະອຳນວຍຄວາມສະດວກໃຫ້ງ່າຍຂຶ້ນສຳລັບພວກນັກທ່ອງທ່ຽວທີ່
ຈະເດີນທາງມາຢ້ຽມຢາມແລະໃຊ້ຈ່າຍເງິນຢູ່ທີ່ສະຫະລັດ
ປະທານາທິບໍດີໂອບາມາໄດ້ສະເໜີໃຫ້ມີການເລັ່ງລັດການກວດຄົນເຂົ້າເມືອງຢູ່ຕາມສະໜາມ
ບິນຕ່າງໆທີ່ພວກນັກທ່ອງທ່ຽວມັກເດີນທາງເຂົ້າມາ ຂັ້ນຕອນໃນການອອກວີຊ່າໄວຂຶ້ນສຳ
ລັບບັນດາປະເທດທີ່ມີຊົ້ນຊັ້ນກາງເພີ່ມຂຶ້ນ ເຊັ່ນຈີນແລະບຣາຊີລ ແລະຂະຫຍາຍຈຳນວນປະ
ເທດບ່ອນທີ່ພວກນັກທ່ອງທ່ຽວສາມາດໄດ້ຮັບການກວດກາອະນຸມັດລ່ວງໜ້າໂດຍກະຊວງ
ຮັກສາຄວາມປອດໄພພາຍໃນ ຂອງສະຫະລັດ.
ປະທານາທິບໍດີໂອບາມກ່າວວ່າ ທ່ານໄດ້ດຳເນີນບາດກ້າວຈຳນວນນຶ່ງ ເພື່ອປັບປຸງເສດຖະ
ກິດຂອງປະເທດຫຼັງຈາກລັດຖະສະພາສະຫະລັດກ່ອນໜ້ານີ້ບໍ່ໄດ້ໃຫ້ການສະໜັບສະໜຸນຕໍ່
ແຜນການລິເລີ່ມຂອງທ່ານ.
ປະທານາທິບໍດີສະຫະລັດກ່າວວ່າ ທ່ານຈະແຈ້ງໃຫ້ຊາບ ກ່ຽວກັບແຜນການທີ່ທ່ານຮຽກ
ຮ້ອງໃຫ້ມີການດຳເນີນການ ຢູ່ໃນຄຳປາໄສຕໍ່ລັດຖະສະພາແລະປະເທດຊາດຂອງທ່ານໃນ
ມື້ວັນອັງຄານນີ້.
ເບິ່ງຄຳຖະແຫຼງຂອງພັກຣີພັບບລີກັນ