ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາວ່າ ບໍ່ມີການແກ້ໄຂ ທີ່ງ່າຍໆໃດເລີຍ ກ່ຽວກັບລາຄານໍ້າມັນ ທີ່ພວມແພງຂຶ້ນ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (25 ກຸມພາ 2012)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (25 ກຸມພາ 2012)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ ບໍ່​ມີ​ການ​ແກ້​ໄຂ​ທີ່ງ່າຍໆ​ໃດ​ເລີຍ
ສຳຫຼັບລາຄາ​ນໍ້າມັນ​ທີ່​ພວມ​ແພງ​ຂຶ້ນ ​ເຖິງ​ແມ່ນ​ໄດ້​ມີ​ການ​ໃຫ້​ຄຳ​ໝັ້ນສັນຍາ ກ່ຽວ​ກັບ​ລາຄາ
ນໍ້າມັນ 2 ​ໂດ​ລາ​ຕໍ່​ກາລອ​ນ ​ໂດຍ​ພວກ​ນັກ​ການ​ເມືອງ​ບາງ​ຄົນ​ກໍ​ຕາມ.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ ປະຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້ນີ້ ທ່ານ​ໂອ​ບາ​ມາ
ກ່າວ​ວ່າ ການ​ພັດທະນາ​ແຫຼ່ງພະລັງງານ​ໃໝ່​ຕ່າງໆ​ເຊັ່ນ​ລົມ ​ແສງ​ອາທິດ ​ແລະ​ເຊື້ອ​ໄຟ​ຊີວະ
ພາບ​ນັ້ນ ​ແມ່ນ​ກະ​ແຈ​ສຳຄັນຕໍ່​ການ​ແກ້​ໄຂ​ແບບ​ຍືນ​ຍົງໃນ​ໄລຍະ​ຍາວ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ການ​ຂຸດ​ເຈາະ​ເພີ່ມ​ຕື່ມ​ອີກ​ນັ້ນບໍ່​ແມ່ນ​ແຜນການ ມັນ​ເປັນ
ພຽງ​ຄຳ​ຂວັນ​ເພື່ອ​ໃຫ້​ພວກ​ນັກ​ການ​ເມືອງ​ໄດ້​ຖືກຮັບ​ເລືອກ​ໃນ​ການ​ເລືອກ​ຕັ້ງ. ປະທານາທິ
ບໍດີໂອ​ບາ​ມາ​ເວົ້າວ່າ ການ​ຜະລິດ​ນໍ້າມັນ​ຂອງ​ສະຫະລັດ ແມ່ນຢູ່​ໃນ​ລະດັບ​ສູງ​ທີ່​ສຸດໃນ​ຮອບ
8 ປີ.

ທ່ານ​ໂອ​ບາ​ມາ​ໄດ້​ກ່າວໂຈມ​ຕີ​ລັດຖະສະພາ ທີ່​ຍັງ​ສືບ​ຕໍ່​ໃຫ້​ບຳ​ເໜັດລາງວັນ​ແກ່​ບັນດາ​ບໍລິສັດ
ນໍ້າມັນ​ທີ່​ໄດ້​ກຳ​ໄລດ້ວຍ​ການ​ໃຊ້​ເງິນພາສີຂອງ​ປະຊາຊົນ​ 4 ພັນ​ລ້ານ​ໂດ​ລາໃຫ້ການ​ເກື້ອກູ​ນ
ອຸດໜຸນ​ແກ່​ບໍລິສັດ​ເຫຼົ່ານີ້. ປະທານາທິບໍດີ​ໄດ້​ສະ​ເໜີ​ແນະ​ໃຫ້​ລັດຖະສະພາ ໃຫ້ການ​ຜ່ອນຜັນ
ທາງ​ດ້ານ​ພາສີ​ຄືນ​ໃໝ່ ແກ່​ການ​ຜະລິດ​ພະລັງງານ​ທີ່​ສະອາດ ຊຶ່ງ​ທ່ານ​ເວົ້າວ່າ ຈະ​ຊ່ອຍ​ສ້າງ
ວຽກ​ເຮັດ​ງານ​ທຳ​ແລະ​ຫຼຸດຜ່ອນ​ຄວາມ​ຕ້ອງການ​ນໍ້າມັນ​ຂອງ​ຕ່າງປະ​ເທດ​.

ໃນ​ການ​ຖະ​ແຫຼງຕອບ​ປະຈຳ​ສັບປະດາ​ ຂອງ​ພັກຣີພັບ​ບລີ​ກັນນັ້ນ ສະມາຊິກ​ສະພາ​ສູງ Kay
Bailey Hutchinson ຈາກ​ລັດ​ເທັກ​ຊັສກ່າ​ວວ່າ ນະ​ໂຍບາຍ​ຂອງ​ປະທານາທິບໍດີ ເຮັດ​ໃຫ້
ການ​ສຳ​ຫຼວດ​ຫາ​ແຫຼ່ງ​ເຊື້ອ​ໄຟຕະຫຼອດທັງ​ການ​ຂຸດ​ເຈາະ​ນໍ້າມັນ​ແລະ​ແກັສທຳ​ມະ​ຊາດມີ​ການ​
ຊັກ​ຊ້າ. ສະມາຊິກ​ສະພາ​ສູງ Hutchinson ​ເວົ້າວ່າ ການ​ຈຳກັດ​ໂຄງການ​ຂຸດ​ເຈາະເຮັດ​ໃຫ້
ມີ​ການ​ສູນ​ເສຍ​ວຽກ​ງານຢູ່​ໃນ​ອຸສາ​ຫະກຳ​ນໍ້າມັນ.

ທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້​ປະທານາທິບໍດີ​ໂອ​ບາ​ມາຊັກ​ຊວນ​ໃຫ້​ພັກ​ເດ​ໂມ​ແຄຣັທຊຶ່ງ​ເປັນ​ພັກ
ທີ່​ກຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະພາ​ສູງ​ສະຫະລັດໃຫ້ການ​ສະໜັບສະໜຸນ​ຕໍ່​ນະ​ໂຍບາຍ​ພະລັງງານ
ຂອງ​ທັງ​ສອງ​ພັກ​ການ​ເມືອງ ທີ່​ທ່ານ​ນາງ​ເວົ້າວ່າ ຈະ​ຊ່ອຍ​ບັນດາ​ຄອບຄົວ​ຂອງ​ຊາວ​ອາ​ເມຣິ
ກັນນັ້ນ.

XS
SM
MD
LG