ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ ລັດຖະສະພາ ສະຫະລັດ ໃຫ້ບໍາເໜັດ ແກ່ບໍລິສັດສ້າງວຽກ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທາ​ນາ​ທິບໍດີ​ສະຫະ​ລັດທ່ານ​ບາຣັກ​ ​ໂອ​ບາ​ມາ ກ່າວ​ວ່າ ການ​ຫັນປ່ຽນ​ໃນພາກສ່ວນ​ການ
ຜະລິດ​ຂອງ​ອາ​ເມຣິກັນ ​ເຮັດ​ໃຫ້​ຜູ້​ຄົນ​ຈຳນວນ​ນຶ່ງ​ສູນ​ເສຍ​ວຽກການ​ຂອງ​ພວກ​ເຂົາ​ເຈົ້າ ​ແຕ່​
ທ່ານ​ເວົ້າວ່າ ຊາວ​ອາ​ເມຣິກັນຈະ​ບໍ່​ຍອມຮັບ​ເອົາອະນາຄົດ​ທີ່​ຫຼຸດ​ເກົ່າຫຼືຖອຍຫຼັງ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ລັດຖະສະພາ​ຄວນ​ປະຕິ​ຮູບ​ລະບົບ​ເສຍ​ພາສີໃໝ່ແລະ​ໃຫ້​
ບຳ​ເໜັດລາງວັນ​ແກ່​ບັນດາ​ບໍລິສັດ​ຜູ້​ຜະລິດທີ່​ຮັກສາ​ວຽກ​ເຮັດງານໄວ້ຢູ່​ໃນ​ສະຫະລັດ.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ປະຈຳ​ສັບປະດາໃນ​ວັນ​ເສົາ​ມື້ນີ້ ຈາກ​ໂຮງງານຜະລິດ​ເຮືອ
ບິນ​ໂບອິ້ງທີ່​ນະຄອນ Seattle ​ໃນ​ລັດ​ວໍ​ຊິງ​ຕັນ ທ່ານ​ໂອ​ບາ​ມາ​ໄດ້ກ່າວ​ຊົມ​ເຊີຍ​ບໍລິສັດ​ໂບ
ອິ້ງທີ່​ໄດ້​ວ່າ​ຈ້າງ​ພວກ​ຄົນ​ງານ​ຢູ່​ໃນ​ສະຫະລັດ.

ນອກ​ນັ້ນ​ແລ້ວ ທ່ານ​ຍັງ​ເວົ້າວ່າ ການ​ຜ່ອນ​ຜັນ​ຢ່າງ​ໃຫຍ່​ທາງດ້ານ​ພາສີ ຄວນ​ຈະມີ​ໄວ້​ສຳ
ຫຼັບບັນດາ​ບໍລິສັດ​ທີ່​ສ້າງ​ວຽກ​ເຮັດ​ງານ​ທຳ​ດ້ານ​ການ​ຜະລິດ​ຮາ​ຍ​ເທັກ.

ປະທານາທິບໍດີ​ໂອ​ບາ​ມາ​ເວົ້າວ່າ ການ​ເສີມ​ຂະຫຍາຍ​ການ​ສົ່ງ​ອອກ​ຍັງ​ຈະ​ຊ່ອຍສ້າງ​ໃຫ້​ມີ​
ການ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຕື່ມ​ຢູ່​ໃນ​ສະຫະລັດ.

ໃນ​ຄຳ​ປາ​ໄສ​ຕອບ​ປະຈຳ​ສັບປະດາ​ຂອງ​ພັກຣີພັບ​ບລີກັນນັ້ນສະມາຊິກ​ສະພາຕໍ່າ Cathy
McMorris Rodgers ຈາກ​ລັດ​ວໍ​ຊິງ​ຕັນໄດ້​ກ່າວ​ຫາ​ການ​ໃຊ້​ຈ່າຍ​ເກີນ​ຂອບ​ເຂດ​ຂອງ​ປະ
ທານາທິບໍດີ​ໂອ​ບາ​ມາ​ວ່າຈະ​ນຳພາ​ປະ​ເທດ​ໄປ​ສູ່​ໄພພິບັດທາງ​ດ້ານ​ການ​ເງິນ​ແຂ່ງ​ກັບກຣີສ
ທີ່​ເຕັມ​ໄປ​ດ້ວຍ​ໜີ້ສິນ​ນັ້ນ.

ທ່ານ​ນາງ​ກ່າວ​ວ່າ ປະທານາທິບໍດີ​ບໍ່​ໄດ້​ເອົາ​ຄວາມ​ຮັບ​ຜິດຊອບ​ໃນ​ການເລືອກ​ທີ່ຍຸ່ງຍາກ​
ສັບສົນ ​ເພື່ອ​ຫຼຸດໜີ້ສິນ​ແລະ​ເສີມ​ຂະຫຍາຍ​ເສດຖະກິດ​ຂອງ​ປະ​ເທດ.

XS
SM
MD
LG