ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຂໍຮ້ອງໃຫ້ ສະພາຮັບຜ່ານ ຮ່າງກົດໝາຍ ຕັດພາສີເງິນເດືອນ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ລັດຖະສະພາສະຫະລັດ​ໃຫ້
ການ​ອະນຸມັດ​ໂດຍ​ໄວ ກ່ຽວ​ກັບການ​ຕໍ່​ອາຍຸ​ການ​ຕັດ​ພາສີ​ເງິນ​ເດືອນ​ແກ່​ພວກ​ຄົນ​ງານ​ທີ່​ເປັນ
ຊົນຊັ້ນກາງ ​ເພື່ອ​ຫຼີກລ້ຽງ​ບໍ່​ໃຫ້​ມີ​ການ​ຂຶ້ນພາສີ ​ໃນ​ທ້າຍ​ເດືອນ​ນີ້.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາ​ມື້ນີ້ ປະທານາທິບໍດີ
ໂອ​ບາ​ມາ ​ໄດ້​ຊຸກຍູ້​ໃຫ້​ປະຊາຊົນ​ຊາວ​ອາ​ເມຣິກັນ ຕິດ​ຕໍ່​ໄປ​ຫາພວກ​ຜູ້​ແທນເຂົາ​ເຈົ້າເພື່ອ​ໃຫ້
ການ​ສະໜັບສະໜຸນ​ຕໍ່​ການຕັດ​ພາສີ ​ໃຫ້​ແກ່​ຊາວອາ​ເມຣິ​ກັນ 160 ລ້ານ​ຄົນ​ນັ້ນ.

ເບິ່ງຄຳປາໄສປະຈຳສັບປະດາ ຂອງປະທານາທິບໍດີບາຣັກ ໂອບາມາ

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າຄອບຄົວ​ທີ່​ມີ​ລາຍໄດ້ 50,000 ​ໂດ​ລາອາດປະຢັດ​ຫຼືທ້ອນ
ເງິນໄດ້ 1,000 ​ໂດ​ລາ​ຕໍ່​ປີ ຈາກ​ການ​ຕໍ່​ອາຍຸ​ການ​ຕັດ​ພາສີ​ດັ່ງກ່າວ. ປະທານາທິບໍດີ​ໂອ​ບາ​
ມາ​ກ່າວຕື່ມ​ວ່າ ການ​ປ່ອຍ​ໃຫ້​ມີ​ການ​ຂຶ້ນພາສີ​ນັ້ນອາດ​ຈະ​ເປັນ​ການ​ທຳລາຍ​ໂຕ​ເອງໃນ​ການ
ຟື້ນໂຕ​ຄືນ​ຂອງ​ເສດຖະກິດ.

ໃນ​ຄຳ​ປາ​ໄ​ສຕອບ​ຂອງ​ພັກຣີພັບ​ບລີ​ກັນ ຜູ້​ປົກຄອງ​ລັດ​ເວີ​ຈີ​ເນຍ ທ່ານ Bob McDonnell
ເວົ້າວ່າທ່ານ​ຄາດ​ວ່າຮ່າງ​ງົບປະມານ​ຂອງ​ປະທານາທິບໍດີ​ໂອ​ບາມາ​ທີ່​ຖືກ​ສົ່ງ​ໄປ​ໃຫ້​ລັດຖະສະ
ພາ​ໃນ​ມື້ວັນ​ຈັນຈະ​ມີ​ການ​ຂຶ້ນພາສີ​ຮວມຢູ່​ນຳຊຶ່ງຈະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການ​ສ້າງ​ວຽກ
ເຮັດ​ງານ​ທຳ. ນອກ​ນັ້ນທ່ານ McDonnell ຍັງ​ໄດ້​ກ່າວ​ຊົມ​ເຊີຍ​ຕໍ່​ອັນ​ທີ່​ທ່ານ​ເອີ້ນວ່າ ຄວາມ​
ສຳ​ເລັດ​ຂອງ​ພວກຜູ້​ປົກຄອງ​ລັດ​ພັກຣີພັບ​ບລີ​ກັນ​ໃນ​ການຫຼຸດພາສີ​ ແລະ​ສ້າງ​ບັນຍາກາດ​ເພື່ອ
ຊ່ອຍ​ທຸລະ​ກິດ​ສ້າງ​ວຽກ​ການ​ເຮັດ​ນັ້ນ.

ເບິ່ງຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນ

XS
SM
MD
LG