ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ ລັດຖະສະພາ ອະນຸມັດ ການແຕ່ງຕັ້ງຂອງທ່ານ (ເບິ່ງວີດີໂອ)


Cambodian soldiers test fire the BM-21, a multiple rocket launcher, during training at a military base in Kampong Speu province.
Cambodian soldiers test fire the BM-21, a multiple rocket launcher, during training at a military base in Kampong Speu province.

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ພວມກົດດັນໃຫ້ສະມາຊິກລັດຖະສະພາ
ຂອງພັກຣີພັບບລີກັນ ໃຫ້ການອະນຸມັດ ຕໍ່ການແຕ່ງຕັ້ງຂອງທ່ານ ໃຫ້ທ່ານ Richard
Cordray ເປັນຫົວໜ້າອົງການຄຸ້ມຄອງຜູ້ບໍລິໂພກ ຊຶ່ງເປັນອົງການທີ່ບໍ່ເຄີຍມີມາກ່ອນ.

ໃນລະຫວ່າງຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ທ່ານໂອບາມາຮຽກຮ້ອງໃຫ້
ສະມາຊິກລັດຖະສະພາໃຫ້ການຄຸ້ມຄອງທີ່ຈຳເປັນຕໍ່ຊາວອະເມຣິກັນເພື່ອປ້ອງກັນຕໍ່ການຖືກ ເອົາລັດເອົາປຽບຈາກພວກໃຫ້ເງິນກູ້ຢືມຊື້ເຮືອນ ພວກໃຫ້ເງິນກູ້ຢືມດອກເບ້ຍສູງ ແລະພວກ
ເກັບໜີ້. ປະທານາທິບໍດີເວົ້າວ່າ ພວກທີ່ເຮັດວຽກຫຼາຍໆຄົນ ຢູ່ຕະຫຼາດຄ້າຂາຍຮຸ້ນ ແມ່ນມີ
ລາຍໄດ້ສູງໆໂດຍເອົາລັດປຽບຜູ້ບໍລິໂພກ.

ທ່ານໄດ້ຮ້ອງຂໍໃຫ້ສະມາຊິກລັດຖະສະພາໃຫ້ໂອກາດແກ່ອົງການຄຸ້ມຄອງທີ່ທ່ານເວົ້າວ່າຈະ
ປົກປ້ອງຊາວອະເມຣິກັນຈາກການກະທຳທີ່ບໍ່ເປັນທຳນັ້ນ.

ນອກນັ້ນປະທານາທິບໍດີໂອບາມາຍັງໄດ້ຮຽກຮ້ອງໃຫ້ລັດຖະສະພາຕໍ່ອາຍຸການຕັດພາສີເງິນ
ເດືອນຊຶ່ງມີກຳນົດຈະໝົດອາຍຸລົງໃນທ້າຍເດືອນນີ້.

ໃນການກ່າວຄຳປາໄສຕອບຂອງພັກຣີພັບບລີກັນປະຈຳສັບປະດານັ້ນ ປະທານສະພາຕໍ່າສະ
ຫະລັດ ທ່ານ John Boehner ໄດ້ຊຸກຍູ້ແຜນການເສດຖະກິດພັກຂອງທ່ານຊຶ່ງຈະມີການ
ລົງຄະແນນສຽງໃນອາທິດໜ້າໂດຍເວົ້າວ່າ ການຕໍ່ອາຍຸການຕັດພາສີເງິນເດືອນແມ່ນຈະກ່ຽວ
ພັນກັບຂໍ້ກຳນົດໃນການເລີ່ມດຳເນີນງານຄືນໃໝ່ຂອງໂຄງການສ້າງທໍ່ສົ່ງແຕ່ຄານາດາຫາລັດ
ເທັກຊັສ.

ປະທານທິບໍດີໂອບາມາຕ້ອງການທີ່ຈະເລື່ອນເວລາກ່ຽວກັບການຕັດສິນໃຈໃນໂຄງການສ້າງທໍ່
ສົ່ງ Keystone XL ໄປໃສ່ຫຼັງການເລືອກຕັ້ງໃນປີ 2012.

XS
SM
MD
LG