ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາ ສັນຍາ ຈະຊ່ອຍເຫຼືອ ພວກຊາວສວນ ທີ່ປະສົບ ໄພແຫ້ງແລ້ງ (ວີດີໂອ)


ຄໍາປາໄສປະຈໍາສັບປະດາຂອງປະທານາທິບໍດີໂອບາມາ:

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ ທີ່​ຈະ​ໃຫ້ການ​ຊ່ອຍ
​ເຫຼືອ​ໃນ​ຂອບ​ເຂດກວ້າງຂວາງ​ຕໍ່​ພວກ​ຊາວ​ສວນ​ແລະ​ເຈົ້າຂອງຟາ​ມປະສຸ​ສັດທີ່​ປະສົບ​ກັບ​ໄພ​
ແຫ້ງ​ແລ້ງຮ້າຍ​ແຮງ​ທີີ່​ສຸດ ​ໃນ​ຮອບ 50 ກວ່າ​ປີ.

ທ່ານ​ໂອ​ບາ​ມາ​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາ​ມື້ນີ້ວ່າ ສະພາບ​ຂອງ​
ໄຮ່​ສາລີ​ໃນ​ປັດຈຸບັນ​ນີ້ ​ແມ່ນຂີ້​ຮ້າຍຫຼາຍຫຼືບໍ່​ກໍຂີ້​ຮ້າຍ​ທີ່​ສຸດ ​ແລະພວກ​ເຈົ້າຂອງ​ຟາ​ມລ້ຽງ​ສັດ
​ກໍ​ພວມ​ດີ້ນຮົນ ​ໃນ​ການ​ຫາ​ທາງ​ລ້ຽງສັດ​ຂອງ​ພວກ​ເຂົາ​ເຈົ້າ.

ປະທານາທິບໍດີ​ໂອ​ບາ​ມາ​ ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ​ພວມ​ໃຫ້​ເງິນ​ກູ້​ຢືມ​ແບບສຸກ​ເສີນ
ດອກ​ເບ້ຍ​ຕໍ່າແກ່​ພວກ​ຊາວ​ສວນແລະ​ເຈົ້າຂອງ​ຟາ​ມປະສຸ​ສັດ ​ເປີດ​ດິນ​ຂອງ​ລັດ​ຖະບານກາງ
​ເພີ່ມ​ຕື່ມ​ສຳ​ຫຼັບ​ໃຫ້​ສັດ​ເຂົ້າ​ໄປ​ກິນ​ຫຍ້າ​ໄດ້​ແລະ​ໃຫ້​ເງິນ​ກູ້ຢືມ​ມູນ​ຄ່າ 30 ລ້ານ​ໂດ​ລາ​ເພື່ອນຳ
​ເອົາ​ນໍ້າ​ໄປ​ໃຊ້ສຳຫຼັບພວກ​ສັດ.

ປະທານາທິບໍດີໂອ​ບາ​ມາ​ ໄດ້​ຮຽກຮ້ອງ​ໃຫ້​ລັດຖະສະພາ​ສະຫະລັດ ​ຮັບ​ຜ່ານ​ຮ່າງກົດໝາຍ
ເພື່ອ​ຄໍ້າປະກັນ ​ກາ​ນ​ແກ້​ໄຂ​ໃນ​ໄລຍະ​ຍາວ ຕໍ່​ບັນຫາ​ການ​ປູກຝັງ​ ທີ່​ໄດ້​ຮັບຜົນ​ກະທົບ​ຢ່າງ
​ຮ້າຍ​ແຮງນັ້ນ.

​ໃນ​ຄຳ​ປາ​ໄສ​ຕອບ​ຂອງ​ພັກຣີພັບ​ບລີ​ກັນນັ້ນ ສະມາຊິກ​ສະພາ​ສູງ Roger Wicker ຈາກ​ລັດ
Mississippi ກ່າວ​ວ່າ ປະທານາທິບໍດີ​ຄວນ​ຈະ​ດຳ​ເນີນ​ງານ​ຮ່ວມກັບ​ລັດຖະສະພາ ​ເພື່ອ​ຫຼີກ
ລ່ຽງບໍ່​ໃຫ້​ມີ​ການ​ຕັດ​ງົບປະມານ ​ໃນ​ມູນ​ຄ່າ 110 ພັນລ້ານ​ໂດ​ລາ​ແບບ​ອັດຕະ​ໂນ​ມັດ​ທີ່​ບັງຄັບ
​ໂດຍ​ແຜນການ​ຕັດ​ງົບປະມານ​ນັ້ນ

ຄໍາປາໄສປະຈໍາສັບປະດາຂອງພັກຣີພັບບລິກັນ:

XS
SM
MD
LG