ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ຮຽກຮ້ອງ ໃຫ້ສະພາ ຕໍ່ອາຍຸກົດໝາຍ ກູ້ຢືມເງິນ ຂອງນັກສຶກສາ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ລັດຖະສະພາສະຫະລັດ​ຕໍ່​
ກົດໝາຍ ທີ່​ມີ​ກຳນົດ​ຈະ​ໝົດ​ອາຍຸ​ລົງ​ໃນ​ເດືອນ​ກໍລະກົດ​ປີນີ້ ທີ່​ຈະປ້ອງ​ກັນ​ບໍ່​ໃຫ້​ອັດຕາ​ດອກ
ເບ້ຍ​ໃນ​ການ​ກູ້​ຢືມ​ເງິນ​ຂອງ​ພວກ​ນັກ​ສຶກສາ​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່າ.

ໃນ​ຄຳ​ປາ​ໄສທາງ​ອິນ​ເຕີ​ແນັດ​ແລະ​ວິທະຍຸປະຈຳ​ສັບປະດາຂອງ​ທ່ານ​ໃນ​ວັນ​ເສົາມື້ນີ້ປະທາ
ນາທິບໍດີໂອ​ບາມາ​ກ່າວ​ວ່າ ​ໃນ​ສະຫະລັດ​ອາ​ເມຣິກາການ​ສຶກສາຂັ້ນສູງ​ບໍ່​ແມ່ນ​ເລື່ອງ​ທີ່ຟູມ
ເຟີ​ອຍ ມັນ​ເປັນ​ສິ່ງ​ຈຳ​ເປັນ​ທາງ​ດ້ານ​ເສດຖະກິດ​ທີ່​ທຸກໆ​ຄອບຄົວ​ຕ້ອງ​ໄດ້ຊອກ​ຫາ​ມາ.

ປະທານາທິບໍດີີ​ໂອ​ບາ​ມາ​ເວົ້າວ່າ ການ​ສ້າງ​ຄວາມ​ຍຸ່ງຍາກໃຫ້​ແກ່​ພວກ​ໜຸ່ມນ້ອຍສາມາດ
ເຂົ້າຮຽນ​ຕໍ່​ໃນ​ຂັ້ນມະຫາວິທະຍາ​ໄລ​ໄດ້​ນັ້ນ ບໍ່​ມີ​ຫຍັງ​ຫຼາຍ​ໄປ​ກວ່າການ​ຕັດ​ອະນາ​ຄົດ​ຂອງ
ພວກ​ເຮົາ​ເອງ. ປະທານາທິບໍດີ​ໂອ​ບາ​ມາ​ຈະນຳ​ເອົາ​ເລື່ອງ​ການ​ສຶກຂັ້ນສູງທີ່​ທຸກຄົນສາມາດ
ເຂົ້າຮຽນ​ໄດ້ຂອງ​ທ່ານ​ ໄປ​ຍັງ​ມະຫາວິທະຍາ​ໄລ​ຕ່າງໆໃນລັດທີ່​ມີ​ຄະ​ແນນ​ສຽງ​ສຳຄັນໆສຳ
ລັບ​ການ​ເລືອກ​ຕັ້ງ​ເຊັ່ນລັດ Carolina​ ​ເໜືອ, Iowa ​ແລະ Colorado.

ໃນ​ຂະນະ​ທີ່​ທ່ານ​ໂອ​ບາ​ມາ​ພວມ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຊ່ອຍ​ພວກ​ນັກ​ສຶກສາຂັ້ນມະຫາວິທະ
ຍາ​ໄລ​ທີ່​ເປັນ​ຊົນຊັ້ນກາງ​ນັ້ນ ພັກຣີພັບ​ບລີ​ກັນ​ໄດ້​ໃຊ້ຄຳ​ປາ​ໄສ​ຕອບປະຈຳ​ສັບປະດາ ​ໂຈມ​ຕີ​
ນະ​ໂຍບາຍ​ພະລັງງານແລະ​ແຜນການ​ເສດ​ຖະກິດ​ຂອງ​ປະທານາທິບໍດີ.

ສະມາຊິກ​ສະພາ​ສູງ Roy Blunt ຈາກ​ລັດ Missouri ກ່າວ​ວ່າ ປະທານາທິບໍດີ​ຄວນ​ຈະ
ເພັ່ງເລັງ​ໃສ່​ການ​ສ້າງ​ວຽກ​ການ​ເຮັດ ​ແລະ​ທ່ານ​ຄວນ​ຈະຍຸຕິການ​ຂັດຂວາງ ຕໍ່​ໂຄງການ​ສ້າງ
ທໍ່​ນໍ້າມັນ Keystone ທີ່​ເນັ່ງ​ຈາກ​ກາ​ນາ​ດາ ຜ່ານ​ຫຼາຍໆລັດ ​ໄປ​ຍັງ​ອ່າວ​ເມັກ​ຊິ​ໂກ.

ທ່ານ Blunt ກ່າວ​ວ່າ ທໍ່​ນໍ້າມັນ​ດັ່ງກ່າວ​ ຈະ​ສ້າງ​ວຽກ​ການ​ເຮັດ​ຫຼາຍພັນ​ໜ້າ​ວຽກ ສຳ​ຫຼັບ
ຊາວ​ອາ​ເມຣິກັນ​ແລະ​ຊ່ອຍ​ຫຼຸດຜ່ອນ​ໃນ​ການ​ກາງ​ຕໍ່​ນໍ້າມັນ​ຈາກ​ຕ່າງປະ​ເທດລົງ.

ເບິ່ງວີດີໂອ ຄໍາຕອບຂອງຝ່າຍພັກຣີພັບບລິກັນ:

XS
SM
MD
LG