ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຂໍໃຫ້ສະພາ ຜ່ານຮ່າງກົດໝາຍ ປະຕິຮູບພາສີລາຍໄດ້ (ເບິ່ງວີດີໂອ)


ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ເທື່ອ​ໃໝ່​ໃຫ້​ລັດຖະສະພາ​
ສະຫະລັດຮັບ​ຜ່ານ​ຮ່າງ​ກົດໝາຍ​ປະຕິ​ຮູບ​ພາສີ​ລາຍ​ໄດ້​ທີ່​ຮູ້​ກັນ​ໃນ​ນາມ Buffet Rule ນັ້ນ.

ຫຼັກ​ເກນ​ດັ່ງກ່າວແມ່ນ​ຕັ້ງຕາມຊື່​ມະຫາ​ເສດຖີ​ທີ່​ຮັ່ງມີ​ທີ່​ສຸດ​ທ່ານ​ນຶ່ງ ຄື​ນັກ​ລົງທຶນ Warren
Buffet ທີ່​ກ່າວ​ວ່າ ມັນ​ເປັນ​ເລື່ອງ​ທີ່​ບໍ່​ຍຸຕິ​ທຳ​ທີ່​ທ່ານ​ຕ້ອງ​ໄດ້​ຈ່າຍ​ພາສີ​ຕໍ່າກວ່າ​ເລຂານຸການ
ຂອງ​ທ່ານ.

ໃນ​ລະຫວ່າງ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້ນີ້ ປະທານາທິບໍດີ​ໂອ​ບາ​ມາ​
ໄດ້​ຮຽກຮ້ອງ​ໃຫ້​ລັດຖະສະພາ​ໃຫ້ການ​ອະນຸມັດ​ຕໍ່​ຮ່າງ​ກົດໝາຍ​ດັ່ງກ່າວໃນ​ລະຫວ່າງ​ທີ່​ມີ​ການ
ລົງ​ຄະ​ແນນ​ສຽງ​ໃນ​ອາທິດ​ຈະ​ມານີ້.

ພາຍ​ໃຕ້ຫຼັກ​ຂອງ​ທ່ານ Buffet ນີ້ຜູ້​ໃດ​ກໍ​ຕາມ​ທີ່​ມີ​ລາຍ​ໄດ້​ກາຍ 1 ລ້ານ​ໂດ​ລາ​ຈະ​ຕ້ອງ​ຈ່າຍ​
ພາສີ​ຢ່າງ​ນ້ອຍ ​ທໍ່​ກັນ​ກັບ​ພວກ​ທີ່​ມີ​ລາຍ​ໄດ້​ປານ​ກາງ. ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ
ບັນດາ​ຄອບຄົວ​ທີ່​ມີ​ລາຍ​ໄດ້​ບໍ່​ຮອດ 250,000 ​ໂດ​ລາ​ຕໍ່​ປີຊຶ່ງ​ປະກອບ​ເປັນ 98% ຂອງ​ບັນ
ດາ​ຄອບຄົວ​ອາ​ເມຣິກັນນັ້ນ ບໍ່​ຄວນ​ທີ່​ຈະ​ມີ​ການຂຶ້ນອັດຕາ​ການ​ເສຍພາສີ​ຂອງ​ພວກ​ເຂົາ​ເຈົ້າ
ຕື່ມ​ອີກ.

ທ່ານ​ໂອ​ບາ​ມາ​ໄດ້​ປະຕິ​ເສດ​ ບໍ່​ຍອມຮັບ​ເອົາ​ການ​ກ່າວ​ອ້າງຂອງ​ພວກ​ຕິຕຽນ​ທີ່​ວ່າ ຫຼັກ​ເກນ​
ຂອງ​ທ່ານ Buffet ນີ້ ຂັດຂວາງ​ບໍ່​ໃຫ້ການ​ເຕີບ​ໂຕ​ຂອງ​ວຽກ​ເຮັດ​ງານ​ທຳ.

ໃນ​ຄຳ​ປາ​ໄສ​ຕອບ​ຂອງ​ພັກຣີພັບ​ບລີ​ກັນນັ້ນ ສະມາຊິກ​ສະພາ​ຕໍ່າ Fred Upton ຈາກ​ລັດ​
ມີຊິ​ແກັນ​ໄດ້​ກ່າວ​ຫາ​ນະ​ໂຍບ​າຍ​ດ້ານ​ພະລັງງານ ​ຂອງ​ລັດຖະບານ​ທ່ານ​ໂອ​ບາ​ມາ​ວ່າ ​ເຮັດ​
ໃຫ້​ສະຫະລັດ​ກາງ​ຕໍ່ຫຼາຍຂຶ້ນນຳ​ນໍ້າມັນ​ຂອງ​ຕ່າງປະ​ເທດ​ໂດ​ຍ​ໄດ້​ປະຕິ​ເສດ​ຕໍ່​ໂຄງການ​ສ້າງ​
ທໍ່​ນໍ້າມັນທີ່​ຈະ​ເນັ່ງ​ແຕ່​ກາ​ນາ​ດາ​ລົງ​ໄປ​ຫາ​ພາກ​ໃຕ້ຂອງ​ສະຫະລັດ​.

ທ່ານ Upton ​ໄດ້​ຮຽກຮ້ອງ​ໃຫ້ ​ລັດຖະບານ​ທ່ານ​ໂອ​ບາ​ມາ ພິຈາລະນາ​ເບິ່ງ​ຂໍ້​ລິເລີ່​ມກ່ຽວ​
ກັບ​ພະລັງງານ​ອາ​ເມຣິກັນ​ຂອງ​ພັກທ່ານ ທີ່​ແນ​ໃສ່​ເພື່ອເຮັດ​ໃຫ້ລາຄາ​ນໍ້າມັນຖືກ​ລົງ​ ແລະ
ສ້າງ​ວຽກ​ເຮັດ​ງານ​ທຳ.

XS
SM
MD
LG