ປະທານາທິບໍດີບາຣັກ ໂອບາມາແຫ່ງສະຫະລັດໄດ້ອຸທິດເວລາຂອງທ່ານໃສ່ຄໍາປາໄສ
ປະຈໍາສັບປະດາຂອງທ່ານໃນວັນເສົາມື້ນີ້ ໃສ່ການຮັບຮູ້ເທດສະການ Easter ຫຼືເທດ
ສະການສະຫລອງການຟື້ນຄືນຊີບຂອງພະເຍຊູ ແລະເທດສະການບຸນ Passover.
ປະທານາທິບໍດີໂອບາມາກ່າວວ່າ ເຖິງແມ່ນເປັນການໂຮມຊຸມນຸມຂອງຊາວຢີວໃນວັນເສົາ
ມື້ນີ້ ເລົ່ານິທານຄືນໃໝ່ກ່ຽວກັບ Exodus ຂອງສາສະໜາຄຣິສ ຫຼືຊາວຄຣິສຕຽນພາກັນ
ສະເຫີ້ມສະຫຼອງວັນຟື້ນຄືນຊີບຂອງພະເຍຊູໃນເທດສະການ Easter ໃນວັນອາທິດມື້ອື່ນ
ນີ້ກໍຕາມ ແຕ່ວັນພັກເທດສະການທັງສອງອໍານວຍຄວາມແຂງແຮງໃຫ້ແກ່ປະຊາຊົນປະເຊີນ
ໜ້າກັບອະນາຄົດ ໂດຍຜ່ານຄວາມເຫຼື້ອມໄສທາງສາສະໜານີ້.
ໃນຄໍາປາໄສຂອງພັກ Republican ທ່ານນາງ Mary Fallin ຜູ້ປົກຄອງລັດ Oklahoma
ກ່າວໂຈມຕີປະທານາທິບໍດີໂອບາມາ ທີ່ບໍ່ໃຫ້ການສະໜັບສະໜຸນໂດຍເຕັມຕໍ່ໂຄງການວາງ
ທໍ່ລໍາລຽງນໍ້າມັນ ເພື່ອສົ່ງນໍ້າມັນຈາກການາດາລົງມາຍັງສະຫະລັດນັ້ນ.
ທ່ານນາງ Fallin ກ່າວວ່າ ລັດຖະບານຂອງທ່ານໂອບາມາ ບໍ່ເອົາຫົວຊານໍາໂຄງລ່າງພື້ນຖານ
ໃນດ້ານພະລັງງານ ທີ່ສາມາດສ້າງໜ້າວຽກໃໜ່ຂຶ້ນຫຼາຍໜ້າວຽກແລະສົ່ງເສີມສ້າງລາຍຮັບ
ມາໃຫ້ຫຼາຍລັດໃນສະຫະລັດໄດ້ນັ້ນ.
ເບິ່ງວີດີໂອຄໍາປາໄສຕອບ ຂອງພັກຣີພັບບລິກັນ: